ສໍາເລັດກອງປະຊຸມວຽກງານເຕັກນິກທົ່ວກອງທັບ ຄັ້ງທີ II
ໃນວັນທີ 25 ກຸມພາ 2022 ນີ້, ຢູ່ທີ່ກົມໃຫຍ່ເຕັກນິກກອງທັບ ໄດ້ສໍາເລັດກອງປະຊຸມວຽກງານເຕັກນິກທົ່ວກອງທັບ ຄັ້ງທີ II ໂດຍການໃຫ້ກຽດ
ເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ
ນໍາ ກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ຜູ້ແທນຈາກກໍາລັງຫຼວງ ແລະ
ທ້ອງຖິ່ນເຂົ້າຮ່ວມ.
ຜ່ານການດໍາເນີນກອງປະຊຸມມາເປັນເວລາ 2 ວັນ ຜ່ານມາໃນກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສັງ ເກດຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຕັກ
ນິກທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງ
ປ້ອງກັນປະເທດວາງອອກ ໃນການກໍ່ສ້າງພະນັກງານວິຊາສະເພາະໃຫ້ແກ່ກອງທັບ, ພ້ອມນີ້ກໍຈະຈັດຕັ້ງຄຸ້ມຄອງໃນການເບີກ-ຈ່າຍວັດຖຸອາໄຫຼ່, ພາຫະນະ
ອາວຸດ-ຍຸດໂທປະກອນເຕັກນິກ, ໃຫ້ຮັດກຸມເຂົ້າສູ່ຖານຂໍ້ມູນ, ສ້າງພື້ນຖານໂຄງລ່າງໃຫ້ພຽງພໍ ເພື່ອຮອງຮັບໃນການເກັບມ້ຽນ, ປົກປັກຮັກສາພາຫະນະ
ອາວຸດ-ຍຸດໂທປະກອນເຕັກນິກ, ວັດຖຸອາໄຫຼ່ ໃຫ້ຖືກຕ້ອງຕາມຫຼັກການຂໍ້ກຳນົດວຽກງານເຕັກນິກ, ສູ້ຊົນຂະຫຍາຍພື້ນຖານຮັບປະກັນເຕັກນິກ ໃຫ້ຫຼາຍ
ຂຶ້ນທັງກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ຊຸກຍູ້ການຜະລິດ, ກໍ່ສ້າງເສດຖະກິດ ແລະ ອຸດສາຫະກໍາປ້ອງກັນຊາດຕາມແຜນຍຸດທະສາດຂອງພັກ-ລັດ ກໍຄືກະຊວງ
ປ້ອງກັນປະເທດວາງອອກ; ກໍ່ສ້າງພື້ນຖານອຸດສາຫະກຳປ້ອງກັນຊາດຂຶ້ນໃໝ່ໃຫ້ໜັກແໜ້ນ ເຂັ້ມແຂງ ເປັນກໍາລັງສັງລວມໃຫ້ຂັ້ນເທິງ, ປັບປຸງບັນດາໂຮງ
ງານອຸດສະຫະກໍາທີ່ມີແລ້ວໃຫ້ດໍາເນີນໄປຢ່າງຄ່ອງຕົວໃນການຄຸ້ມຄອງບໍລິຫານ, ປະກອບເຄື່ອງຈັກທີ່ທັນສະໄໝກວ່າເກົ່າເຂົ້າຕື່ມແນໃສ່ຮັບປະກັນ ໃຫ້
ການຜະລິດ, ການສ້ອມແປງມີຄຸນນະພາບສູງຂຶ້ນ, ຜະລິດວັດຖຸ, ຜະລິດຕະພັນໃຫ້ໄດ້ຫຼາຍຊະນິດ ແລະ ມີຄຸນນະພາບຮັບປະກັນໃນການສະໜອງໃຫ້ກອງ
ທັບ ແລະ ສັງຄົມ, ພ້ອມນີ້ຍັງຈະຕ້ອງໄດ້ ສືບຕໍ່ຄົ້ນຄວ້າວິທະຍາສາດເຕັກນິກການທະຫານ, ດັດແປງຍົກລະດັບພາຫະນະອາວຸດ-ຍຸດໂທປະກອນເຕັກນິກ
ຈໍານວນໜຶ່ງຕາມຄວາມສາມາດ ແລະງົບປະມານຂອງຂັ້ນເທິງສະໜອງໃຫ້ ເພືື່ອຕອບສະໜອງໃຫ້ແກ່ໜ້າທີ່ການເມືອງໃນຍະໃໝ່ຕາມທິດສ້າງກອງທັບ
ປະຕິວັດມີແບບແຜນແລະທັນສະໄໝ, ສືບຕໍ່ສ້າງວິທະຍາຄານເຕັກນິກການທະຫານ ໃຫ້ເປັນສະຖາບັນຫຼັກແຫ່ງໜຶ່ງໃນຕໍ່ໜ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2022