
ກະຊວງປ້ອງກັນປະເທດສະຫຼຸບວຽກງານປ້ອງກັນຊາດປະຈໍາປີ 2018
  

    ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
    ການເຄື່ອນໄຫວວຽກງານປ້ອງກັນຊາດປະຈໍາປີ 2018 ແລະວາງທິດທາງແຜນການປະຈໍາປີ 2019 
     ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານປ້ອງກັນຊາດປະຈໍາປີ 2018 ແລະ  ວາງທິດທາງແຜນການປະຈໍາປີ 2019 ຂອງກະຊວງປ້ອງກັນປະ
    ເທດ ໄດ້ຈັດຂຶ້ນໃນວັນທີ  27 ກຸມພາ 2019 ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ  ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະ
    ມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ,  ກົມກອງກໍາລັງຫຼວງ-ກໍາລັງ
    ທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍຕະຫຼອດຮອດຫົວໜ່ວຍທຸລະກິດທົ່ວກອງທັບເຂົ້າຮ່ວມ. 
     ໃນພິທີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງປະຊຸມວ່າ: ການດໍາເນີນກອງປະຊຸມໃນຄັ້ງນີ້ແມ່ນນອນຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວ
  ກອງທັບ, ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄລຍະກາງສະໄໝ, ຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລ
  ຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ເພື່ອສູ້ຊົນພັດທະນາປະເທດຊາດໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະ
  ນາໃນປີ 2020 ກ້າວສູ່ປະເທດພັດ ທະນາທີ່ມີລາຍຮັບປານກາງຫາສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງຮອດປີ 2030, ພ້ອມດຽວກັນນັ້ນກໍສ້າງຂະບວນການຂໍ່າ
  ນັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງຊາດ-ຂອງພັກ ເປັນຕົ້ນແມ່ນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ 64 ປີ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ
  ຢ່າງເປັນຂະບວນຟົດຟື້ນ. ສໍາລັບກອງທັບພວກເຮົາແມ່ນໄດ້ສຸມໃສ່ວຽກງານກະກຽມ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ເປັນພິທີ
  ລະດັບຊາດ ແລະ ການສະເຫຼີມສະຫຼອງຢູ່ບັນດາກົມກອງທ້ອງຖິ່ນແມ່ນຈັດຕັ້ງ ສໍາເລັດຢ່າງສະຫງ່າງາມ, ເປັນໄປຕາມແຜນການທຸກປະການ, ສ້າງໄດ້ບັນຍາກາດຟົດຟື້ນ
  ກວ້າງຂວາງ, ເປັນໄຊ ຊະນະອັນໃຫຍ່ຫຼວງຂອງກອງທັບເຮົາ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໄດ້ 100%.
     ໃນປີ 2018 ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງນະ
    ໂຍບາຍຂອງພັກ ແລະ  ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານທີ່ພົ້ນເດັ່ນແມ່ນການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ
    ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6, ຄັ້ງທີ 7 ສະໄໝທີ X, ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII, ກອງປະຊຸມທາບ
    ທາມສ້າງແຜນກໍານົດພະນັກງານນໍາພາບັນຊາຂັ້ນສູນກາງຄຸ້ມຄອງ ແລະ  ກອງປະຊຸມອື່ນໆ, ພ້ອມນັ້ນກໍຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ,
    ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຈາກໄພພິບັດທຳມະຊາດໃນທົ່ວປະເທດ ແລະ  ດ້ານອື່ນໆ ມີຜົນສໍາເລັດເປັນຢ່າງດີ. ໃນ
    ນັ້ນກອງທັບເຮົາໄດ້ເປັນ  ກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນໃນລະດັບຕ່າງໆມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອ
    ໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ  ພາກພື້ນ.
     ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສັງເກດຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນປີ 2018 ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍ 4
  ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ,
  ພ້ອມນັ້ນ, ຈະໄດ້ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2019, ດັ່ງນັ້ນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕ້ອງໄດ້ຍົກ
  ສູງຄວາມຮັບຜິດຊອບການເມືອງເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ-ພາວະວິໄສ, ຕ້ອງເບິ່ງ
  ຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນປີ 2019 ໃຫ້ແທດເໝາະກັບສະພາບແວດລ້ອມ
  ຕົວຈິງຂອງກອງທັບເຮົາ, ບົນພື້ນ ຖານຊຸກຍູ້ຂະບວນການບຸກທະລຸໃຫ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.