ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂອ້​ລົມ​ນັກ​ສຶກສາ ​ທົ່ວ ວປກ


ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງວປກ ​ເປັນ​ປະທານ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີໂອ້ລົມນັກສຶກສາ ກ່ອນເປີດການຮຽນ-ການສອນ ພາກຮຽນທີ II ປະຈຳສົກ
ຮຽນ 2021-2022, ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ, ມີນັກສຶກສາທຸກລະບົບທົ່ວ ວປກ
ເຂົ້າຮ່ວມຮັບຟັງ.

     ໃນພິທີສະຫາຍປະທານກ່າວວ່າ: “ເພື່ອປະຕິບັດຕາມມາດຕະການ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຶ່ງໄດ້ແບ່ງການ
ໂອ້ລົມອອກເປັນ: 05 ຊຸດດ້ວຍກັນ ເຊິ່ງເລີ່ມ ແຕ່ວັນທີ 24-28 ມັງກອນ 2022, ອີງໃສ່ການຮຽນ-ການສອນຈະມີໄລຍະເວລາສັ້ນແຕ່ເນື້ອໃນບົດຮຽນ
ຫຼາຍ, ທັງມີ ຄວາມຫຍຸ້ງຍາກ ແລະ ຢູ່ພາຍໃຕ້ລະບຽບຂອງກອງທັບ ແລະ ມາດຕະການປ້ອງກັນ ທີ່ເຂັ້ມງວດ. ມີຫຼາຍປັດໄຈທີ່ມີຂໍ້ຫຍຸ້ງຍາກເຊິ່ງກະທົບ
ໂດຍກົງຕໍ່ແນວຄິດ, ການດໍາລົງຊີວິດ, ການເຄື່ອນໄຫວ ແລະ ການຮໍ່າຮຽນຂອງນັກສຶກສາ, ຢາກຜ່ານຜ່າໄດ້ຈະຕ້ອງໄດ້ເອົາໃຈໃສ່ດັ່ງນີ້: ຕ້ອງມີທັດສະນະ
ແລະ ຫຼັກໝັ້ນການເມືອງໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, ມີຄວາມອຸ່ນອຽນ, ຫຼີກລ້ຽງການປຽບທຽບຊັ່ງຊາ
ກັບອົງການອື່ນໆ, ມີຄວາມມານະອົດທົນ, ເຊື່ອມຊືມກໍາແໜ້ນໜ້າທີ່ຂອງຕົນຕື່ນຕົວຫ້າວຫັນໃນການ ຈັດຕັ້ງປະຕິບັດທຸກວຽກງານ. ຕ້ອງກໍານົດຈຸດຢືນ
ແລະ ຄວາມຮັບຮູ້ທີ່ຖືກຕ້ອງຕໍ່ການມາສຶກສາຢູ່ສະຖາບັນແຫ່ງນີ້. ໜ້າທີ່ສຶກສາຮໍ່າຮຽນ ແມ່ນເປັນໜ້າທີ່ໃຈກາງສໍາຄັນຕົ້ນຕໍ. ສະນັ້ນ, ຕ້ອງໄດ້ຕັ້ງໃຈໃນ
ການຄົ້ນຄວ້າ, ຮໍ່າຮຽນ, ຮຽນໃຫ້ດີ, ໃຫ້ເກັ່ງ ບົນພື້ນຖານຮໍ່າຮຽນແຂ່ງກັບເວລາ, ໝູນໃຊ້ຫຼາຍວິທີການຮຽນ ໂດຍຕິດແໜ້ນກັບການຮຽນຮູ້​ຈາກ ຄູ-ອາ
ຈານ, ຮຽນນຳໝູ່ເພື່ອນ ແລະ ຮຽນດ້ວຍຕົນເອງ, ການປະຕິບັດລະບຽບກໍ່ແມ່ນບັນຫາໜຶ່ງທີ່ສໍາຄັນເປັນພື້ນຖານຄຽງຄູ່ກັບການຮໍ່າຮຽນ, ສະນັ້ນຕ້ອງໄດ້
ປະຕິບັດຢ່າງເຂັ້ມງວດນັບທັງລະບຽບຂອງກອງທັບ, ກົດລະບຽບວຽກງານອົບຮົມ, ລະບຽບຂອງນັກສຶກສາ, ປະຕິບັດຢ່າງເຂັ້ມງວດຕໍ່ມາດຕະການປ້ອງກັນ
ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19, ຫຼີກລ້ຽງລັກສະນະຖືເບົາ, ມັກງ່າຍ ແລະ ລະເມີດຮ້າຍແຮງ ເຊິ່ງຈະນໍາຜົນເສຍຫາຍ ໃຫ້ແກ່ຕົນ
ເອງ ແລະ ກົມກອງ, ບົນພື້ນຖານຍົກສູງສະຕິຄວາມຮັບຜິດຊອບຂອງຕົນເອງ, ຂອງເພື່ອນສະຫາຍ, ຂອງຫ້ອງ ແລະ ຂອງກົມກອງ. ຖ້າຫາກຍັງມີບຸກຄົນ
ໃດຫາກລະເມີດຈະຖືກປະຕິບັດວິໄນຕາມສະຖານໜັກ ຫຼື ເບົາ. ນອກຈາກຮ່ໍາຮຽນ ແລ້ວຍັງມີໜ້າທີ່ ແລະ ພັນທະໃນການປັບປຸງ-ກໍ່ສ້າງກົມກອງ ແລະ ວິ
ທະຍາຄານໃຫ້ເຕີບໃຫຍ່ເຂັ້ມແຂງ ໃຫ້ສົມກັບເປັນສະຖາບັນປ້ອງກັນຊາດສູງສຸດຂອງ ກອງທັບປະຊາຊົນລາວ, ທັງສາມາດປຸກລະດົມ ແລະ ເຕົ້າໂຮມ
ຄວາມສາມັກຄີ ເພື່ອເຮັດສໍາເລັດໜ້າທີ່ຢ່າງຈົບງາມ”.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/01/2022