ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຢ້ຽມຢາມກອງພັນ 609


ພົນເອກ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມແລະພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນ 609 ທະຫານແຂວງໄຊຍະບູລ

     ໃນວັນທີ 23 ມັງກອນ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະ
ນະໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນ 609 ທະຫານແຂວງໄຊຍະບູລີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາ
ຊົນລາວ ຄົບຮອບ 70 ປີ ເຂົ້າຮ່ວມການລົງຢ້ຽມຢາມຄັ້ງນີ້ຍັງມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ.

     ການລົງຢ້ຽມຢາມຄັ້ງນີ້ ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ພັນຕີ ຈັນທອງ ຈັນຟອງ ຫົວໜ້າການທະຫານກອງພັນ 609 ທະຫານແຂວງໄຊຍະບູລີ ພ້ອມໄດ້
ຮັບຟັງການລາຍງານສະພາບລວມຂອງກົມກອງ; ຈາກນັ້ນ ທ່ານລັດຖະມົນຕີກໍໄດ້ໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວສູ້ຮົບມີໄຊຂອງກອງທັບ
ປະຊາຊົນລາວຕະຫຼອດໄລຍະ 70 ປີຜ່ານມາ ກໍຄືມູນເຊື້ອອັນດີງາມຂອງກອງທັບເຮົາ ເປັນຕົ້ນແມ່ນມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນເພື່ອຕ້ານກັບຈັກກະພັດຜູ້ຮຸກ
ຮານ ແລະ ຍາດເອົາຄວາມເປັນເອກະລາດມາໃຫ້ປະເທດຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາປີ 1975 ຫຼັງຈາກນັ້ນ
ກໍໄດ້ດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທ່ານຍັງໄດ້ເນັ້ນຕໍ່ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເສີມຂະຫຍາຍບົດບາດການນຳພາຂອງ
ພັກເປັນເຈົ້າການເຮັດສຳເລັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ, ສືບຕໍ່ຄວາມສາມັກຄີປອງດອງກັບອຳນາດການປົກຄອງທ້ອງ
ຖິ່ນໃຫ້ແໜ້ນແຟ້ນ ແລະ ພ້ອມກັນປົກປັກຮັກສາອຳນາດອະທິປະໄຕ ຂອບເຂດຮັບຜິດຊອບຂອງຕົນໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ
ຈັນຍາລາດ ຍັງໄດ້ມອບເງິນສົດ ຈຳນວນ 20.000.000 ກີບ ໃຫ້ກອງພັນ 609 ທະຫານແຂວງໄຊຍະບູລີອີກດ້ວຍ.