ເຊັນສັນຍາ ສືບຕໍ່ກໍ່ສ້າງໂຮງແຮມ ລາດຊະວົງ ພລາຊາ
ວັນທີ 23 ທັນວາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ເຊັນສັນຍາ ສືບຕໍ່ກໍ່ສ້າງ ໂຮງແຮມ ລາດຊະວົງ ພລາຊາ, ໂດຍເປັນກຽດເຂົ້າ
ຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາການ ຄະນະ
ກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເລຂາທິການສະມາຄົມ ມິດຕະພາບ ລາວ-ຈີນ,
ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ, ມີບັນດາ ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາຜູ້ແທນຈາກ ສະພາ
ການຄ້າຈີນ ແລະ ບັນດາ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໄດ້ລາຍງານສະພາບລວມຂອງ ໂຄງການ ລາດຊະວົງ
ພລາຊາ ວ່າ: ໃນວັນທີ 3 ທັນວາ 2013 ໄດ້ເຊັນສັນຍາຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ ຕາງໜ້າໂດຍກົມເສດຖະກິດ ຖືຮຸ້ນ 25%
ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ຕາງໜ້າໂດຍ ທ່ານ ຟານຢຽນ ຜູ້ອຳນວຍການ ບໍລິສັດ ຖືຮຸ່ນ 75%, ແລະ ໃນ ມື້ດຽວ
ກັນ ໄດ້ເຊັນສັນຍາເພີ່ມເຕີມຈຳນວນໜຶ່ງ, ເຊິ່ງເນື້ອໃນສັນຍາລວມມີວຽກຮື້ຖອນ ໂຮງແຮມລາດຊະວົງ ຫຼັງເກົ່າ ແລະ ເຮືອນພັກເກົ່າຄ້າຍປ່າແປກ ອອກ
ເພື່ອກໍ່ສ້າງໂຮງແຮມລະດັບ 5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທິງ, ສູນກີລາ, ຮ້ານ
ອາຫານນາໆຊາດ ແລະ ອື່ນໆ ຢູ່ໃຈກາງນະຄອນຫຼວງວຽງຈັນ ໃນມູນຄ່າ ຫຼາຍກວ່າ 99 ລ້ານໂດລາສະຫະລັດ.
ພາຍຫຼັງເຊັນສັນຍາ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາອະສັງຫາລິມະຊັບ ຈໍາກັດ ກໍໄດ້ດຳເນີນການກໍ່ສ້າງບັນດາ ໜ້າວຽກໂຄງສ້າງຫຼັກຂອງຕົວອາຄານ
ສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳເລັດຈຳນວນໜຶ່ງ. ຍ້ອນສະພາບ ການເງິນຂອງຜູ້ລົງທຶນຂາດສະພາບຄ່ອງຕົວ, ສັນຍາ ແລະ ນິຕິ
ກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນ ສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນ ສະນັ້ນ, ມາຮອດ ປີ 2016 ການຈັດຕັ້ງປະຕິບັດຕົວຈິງພົບຂໍ້ຫຍຸ້ງຍາກດໍາເນີນ
ການ ຕໍ່ໄປບໍ່ໄດ້ ເຖິງຂັ້ນໂຄງການໄດ້ໂຈະການ ກໍ່ສ້າງເປັນການຊົ່ວຄາວຈົນເຖິງປັດຈຸບັນ. ຕໍ່ກັບສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດ ກໍສຸດທີ່ເອົາ
ໃຈໃສ່ໄດ້ຊີ້ນຳກົມ ກ່ຽວຂ້ອງຢ່າງຕໍ່ເນື່ອງ ແລະ ໄດ້ແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂ ແລະ ຊຸກຍູ້ໂຄງການກໍ່ສ້າງໂຮງແຮມ ລາດຊະວົງ ພລາຊາ ມອບໝາຍ
ໜ້າທີ່ໃຫ້ຄະນະດັ່ງກ່າວ ຊອກຫາທຸກວິທີທາງອອກຊ່ວຍເຫຼືອຜູ້ປະກອບການລົງທຶນ ເພື່ອໃຫ້ໂຄງການໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດ.
ເພື່ອໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍການລົງທຶນ ແລະ ເປັນການກະຕຸກ ຊຸກຍູ້ອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການເຂົ້າຫາແຫຼ່ງ
ທຶນ, ສາມາດດຳເນີນໂຄງການ ລາດຊະວົງ ພລາຊາ ສໍາເລັດຕາມແຜນການ. ຜ່ານການຄົ້ນຄວ້າ ປຶກສາຫາລືຮ່ວມກັນລະຫວ່າງຄະນະສະເພາະກິດ ກັບ ບໍລິ
ສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ຕາງໜ້າໂດຍ ທ່ານ ຟານຢຽນ ໄດ້ເຫັນດີເປັນເອກະພາບກັນລົບລ້າງສັນຍາ ເກົ່າ 6 ສະບັບ ເພື່ອ
ສືບຕໍ່ພັດທະນາ ໂຄງການ ໃນຮູບແບບເຊົ່າທີ່ດິນ, ສ່ວນການລົງທຶນ ແລະ ບໍລິຫານ ໂຄງການທັງໝົດແມ່ນ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິ
ມະຊັບ ຈຳກັດ ພຽງຝ່າຍດຽວຕາມລະບຽບກົດໝາຍ. ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ຈະໄດ້ປັບປຸງແບບແຜນໂຄງການ ແລະ
ຈະສືບຕໍ່ກໍ່ສ້າງໂຄງການ ໃຫ້ສຳເລັດພາຍໃນເວລາ 2 ປີ ນັບແຕ່ ມື້ລົງລາຍເຊັນສັນຍາເປັນຕົ້ນ ໄປໂດຍໄດ້ແບ່ງເປັນ 2 ໄລຍະຄື: ໄລຍະທີ 1: ເວລາ 6
ເດືອນ ພາຍຫຼັງສອງຝ່າຍລົງລາຍເຊັນໃສ່ ສັນຍາສະບັບນີ້ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ຕ້ອງດຳເນີນການ ກໍ່ສ້າງບັນດາໜ້າ
ວຽກທີ່ຍັງຄ້າງ ເປັນຕົ້ນ: ວຽກກໍ່ສ້າງ ແລະ ຕົບແຕ່ງຕົວອາຄານດ້ານຮອບນອກ ທັງໝົດ, ກໍ່ສ້າງ ແລະ ຕົບແຕ່ງພື້ນທີ່ໃຊ້ສອຍຂອງໂຄງການຊັ້ນລຸ່ມ, ບ່ອນ
ຈອດລົດໃຕ້ດິນ, ກໍ່ສ້າງ ແລະ ຕົບແຕ່ງສວນອ້ອມໂຄງການ, ບ່ອນຈອດລົດຊົ່ວຄາວຮັບສົ່ງ ລູກຄ້າ ແລະ ສິ່ງກໍ່ສ້າງປະຕິມະ ກຳເອກະລັກຂອງໂຄງການໃຫ້
ສໍາເລັດ, ກໍ່ສ້າງ, ຕົບແຕ່ງສູນ ການຄ້າ, ຮ້ານຄ້າປອດພາສີ ໃຫ້ ສາມາດເປີດບໍລິການໄດ້ໃນປີ 2022; ໄລຍະທີ 2: ພາຍໃນປີ 2023 ບໍລິສັດ ຊົງຊີງ ຟາງ
ເຕີ ພັດທະນາ ອະສັງຫາລິມະຊັບ ຈໍາກັດ ຈະກໍ່ສ້າງໂຄງການລາດ ຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະ ສາມາດເປີດບໍລິການ ຮັບໃຊ້ສັງຄົມເຕັມ
ຮູບແບບ ໂຮງແຮມ 5 ດາວຕາມມາດຕະຖານສາກົນ.
ໃນພິທີ ດັ່ງກ່າວຕາງໜ້າກະຊວງປ້ອງກັນປະເທດ ເຊັນສັນຍາ ໂດຍ ສະຫາຍ ພັນເອກ ສີພອນໄຊ ຄໍາທອງເຫວີນ ຫົວໜ້າກົມເສດຖະກິດ, ສະຫາຍ
ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດໝາຍ
ກະຊວງປ້ອງກັນປະເທດ ຮ່ວມລົງນາມ ແລະ ຕາງໜ້າບໍລິສັດ ໂດຍທ່ານ ຟານຢຽນ ປະທານ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາອະສັງຫາລິມະຊັບ ຈໍາກັດ
ພ້ອມ ທ່ານ ເຊນຊຽນ ຄະນະ ອໍານວຍການໃຫຍ່ບໍລິສັດເອບີ ກໍ່ສ້າງ-ຂົວທາງ ແລະ ສ້ອມແປງ ເຄຫາສະຖານ ຈຳກັດ ແລະ ທ່ານ ຢາວຈູເຣນ ຜູ້ອໍານວຍ
ການ ໃຫຍ່ບໍລິສັດຮຸ່ງເຮຶອງຄຸນນະທໍາ ທີ່ປຶກສາກົດໝາຍຈຳກັດຮ່ວມລົງນາມເປັນສັກຂີພະຍານ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/12/2021