ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານປກຊ-ປກສ 4 ແຂວງພາກໃຕ້


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ​ ກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້ ແລະ 1 ກອງພົນ ປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ໄດ້
ຈັດຂຶ້ນໃນ ວັນທີ 26 ພະຈິກ ນີ້ຢູ່ທີ່ຫໍປະຊຸມໃຫຍ່ຂອງ ແຂວງ ເຊກອງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ
ກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານເຈົ້າແຂວງ, ປະທານ ຄະ
ນະກຳມະການ ປກຊ-ປກສ ແຂວງ ເຊກອງ, ຄະນະກຳມະການ ປກຊ-ປກສ 4 ແຂວງ, ຜູ້ແທນຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ
ຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກ-ຄະນະບັນຊາກອງພົນທີ 5, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນ
ຄວາມສະຫງົບແຂວງ, ຫ້ອງການຄະນະກຳມະການ ປກຊ-ປກສ 4 ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຕີລາຄາຄືນສະພາບການລວມ ແລະ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂອງບັນດາ ແຂວງ ພາກໃຕ້
ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳ ພາຂອງກົມການເມືອງສູນກາງພັກ, ລັດຖະບານ, ໂດຍສະເພາະພາຍໃຕ້ການຊີ້ນຳ-ນຳພາຂອງ ຄະນະກຳມະການ ປກຊ-
ປກສ ສູນກາງ, ແຂວງ ແລະ ໂດຍໄດ້ຮັບການຮ່ວມມືຈາກບັນດາ ອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ
ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາມາດຍາດໄດ້
ຜົນງານດ້ານດີຫຼາຍດ້ານ ສະແດງອອກໃນການຮັບປະກັນເຮັດໃຫ້ປະເທດຊາດ ຂອງພວກເຮົາເວົ້າລວມ, ເວົ້າສະເພາະ 4 ແຂວງ ພາກໃຕ້ ສືບຕໍ່ມີຄວາມສະຫງົບ, ມີສະ
ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ລະບົບການເມືອງຢູ່ຂັ້ນຮາກຖານສືບຕໍ່ໄດ້ຮັບການປັບປຸງ, ເສດຖະກິດໄດ້
ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ພັດທະນາດີຂຶ້ນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບ
ເຕີບໃຫຍ່ເຂັ້ມແຂງ.

     ສັງລວມແລ້ວ, ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃນຕະຫຼອດໄລຍະ 1 ປີ ຜ່ານມາສາມາດ
ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນ ປະກອບສ່ວນຢ່າງ
ແຂງແຮງເຂົ້າໃນການເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ. ໃນກອງປະຊຸມຄັ້ງນີ້ບັນດາຜູ້
ແທນກອງປະຊຸມຍັງໄດ້ພ້ອມກັນ ປະກອບຄຳເຫັນ, ແລກປ່ຽນບົດຮຽນກ່ຽວກັບດ້ານດີຜົນງານ ແລະ ບາງຈຸດຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງກົງໄປກົງມາ. ເຊິ່ງບັນດາທ່ານ ໄດ້ເປັນເອກະພາບສູງຕໍ່ບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນ
ປີ 2019 ຜ່ານມາ ແລະ ທິດທາງ ແຜນການ, ບັນດາວຽກງານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2020 ໃຫ້ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາ, ການຈັດຕັ້ງປະ
ຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ, ເຖິງວ່າຈະໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ໂດຍໄດ້
ຮັບການເອົາໃຈໃສ່ຊີ້ນຳ-ນຳພາຂອງການນຳຂັ້ນແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກຳລັງປະກອບອາວຸດແຕ່ລະຂັ້ນໄດ້ສຸມທຸກກໍາລັງແຮງ ເຮັດສໍາ
ເລັດໜ້າທີ່ຂອງຕົນດ້ວຍນຳ້ໃຈບຸກທະລຸ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ກຳລັງ ປກຊ- ປກສ ຢູ່ບັນດາແຂວງ, ອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງຈົ່ງຍົກສູງ
ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວ
ປວງຊົນຮອບດ້ານຂອງພັກເພື່ອຮັບປະກັນໃຫ້ປະເທດຊາດ ກໍຄື 4 ແຂວງ ພາກໃຕ້ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະ
ບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.