
ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 292 ກໍລະນີ,ຊຸມຊົນ 280 ກໍລະນີແລະເສຍຊິວິດສະສົມ 16 ກໍລະນີ

     ອີງຕາມຖະແຫຼ່ງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ   26 ກັນຍາ ປີ 2021. ສະພາບການລະບາດຂອງພະຍາດ COVID-19  ຢູ່ ສປປ ລາວ   ຮອດ
    ປະຈຸບັນເຫັນວ່າ ສະພາບການການຕິດເຊືື້ອໃນຊຸມຊົນແມ່ນມີຈໍານວນເພີື້ມຂຶ້ນຫຼາຍ   ໃນມືື້ວັນທີ 25 ກັນຍາ 2021  ທົ່ວປະເທດ ໄດ້ມີການ   ເກັບຕົວຢ່າງ
  ມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,816 ຕົວຢ່າງ, ໃນນັ້ນ   ກວດພົບຜູ້ຕິດເຊືື້ອໃໝ່ 292 ຄົນ  ( ຊຸມຊົນ ເທົ່າກັບ 280 ຄົນ   ເດີນທາງຈາກ
  ຕ່າງປະເທດ 12 ຄົນ ) ເຮັດໃຫ້ຕົວ ເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ   ຮອດປະຈຸບັນ ແມ່ນ 21,819  ຄົນ,  ເສຍຊີວິດສະສົມ 16 ຍັງສືບຕໍ່ປິ່ນປົວ
  4,492   ຄົນ.
     ນະຄອນຫຼວງວຽງຈັນ ການຕິດເຊືື້ອໃນຊຸມຊົນ ທັງໝົດ 135 ຄົນ , ນໍາເຂົ້າ 3 ຄົນ,   ແຂວງຄໍາມ່ວນ ຊຸມຊົນ 85 ຄົນ,ນໍາເຂົ້າ 1 ຄົນ,ແຂວງວຽງຈັນ
    16   ຄົນ,ແຂວງສະຫວັນນະເຂດ ຊຸມຊົນ 14 ຄົນ,ນໍາເຂົ້າ 5 ຄົນ, ແຂວງສາລະວັນ ຊຸມຊົນ 7   ຄົນ. ບໍລິຄໍາໄຊ ຊຸມຊົນ 4 ຄົນ,ແຂວງຫຼວງພະບາງຊຸມຊົນ 3
  ຄົນ, ແຂວງບໍ່ແກ້ວ ຊຸມຊົນ   2 ຄົນ, ແຂວງຫຼວງນໍ້າທາ ຊຸມຊົນ 1 ຄົນ, ແຂວງ ອັດຕະປື ຊຸມຊົນ 1 ຄົນ, ນໍາເຂົ້າ 1   ຄົນ, ແຂວງ ຈໍາປາສັກ ຊຸມຊົນ 12
  ຄົນ, ນໍາເຂົ້າ 2 ຄົນ.        ເຊິ່ງສາຍເຫດທີ່ເຮັດໃຫ້ພະຍາດ ມີການລະບາດ ຂອງພະຍາດ ໃນຊຸມຊົນຍ້ອນການເດີນທາງໄປມາລະຫວ່າງທ້ອງຖິ່ນຫາທ້ອງຖິ່ນ
  ໂດຍສະເພາະແມ່ນເຂດທີ່ມີການລະບາດຂອງພະຍາດໃນຊຸມຊົນ,   ແລະ ການດໍາເນີນບາງກິດຈະກໍາໃນສັງຄົມແມ່ນ ຍັງບໍ່ປະຕິບັດມາດຕະການສະກັດກັ້ນ
  ແລະ ຄວບຄຸມການລະບາດຂອງພະຍາດ ໄດ້ຢ່າງຖືກຕ້ອງ ແລະ ຮັດກຸມເທົ່າທີຄວນ ພ້ອມດຽວກັນ     ກໍ່ແມ່ນຍ້ອນເກີດມີການຕິດເຊືື້ອໃນໂຮງງານຢູ່່ນະຄອນ
  ຫຼວງວຽງຈັນເຊິ່ງເປັນສະຖານທີ່   ທີ່ມີກໍາມະກອນຈໍານວນຫຼາຍກວ່າ 100 ຄົນ ເຮັດໃຫ້ພະຍາດແຜ່ອອກໄປສູ່ຊຸມຊົນ ແລະ   ຂະຫຍາຍເປັນວົງກ້ວາງຢ່າງ
  ໄວວາ.
     ດັ່ງນັ້ນຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ, ນະຄອນຫຼວງວຽງຈັນຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນເພື່ອໃຫ້ສາມາດ   ບັນລຸຕາມຕົວເລກເປົ້າໝາຍ
    ການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ,ນະຄອນຫຼວງ   ເມືອປະຊາຊົນໄດ້ຮັບວັກຊີນຕາມຄາດໝາຍ ນັ້ນກໍ່ ໝາຍເຖີງ ສປປລາວ   ເຮົາກໍ່ຈະສາມາດບັນລຸ
    ຄາດໝາຍທີ່ວາງໄວ້ ແລະ ສາມາດຫຼຸດຜ່ອນການເຈັບເປັນຮຸນແຮງ,   ການເຂົ້ານອນໂຮງໝໍ  ແລະການເສຍຊີວິດຍ້ອນພະຍາດໂຄວິດ 19   , ມາຮອດປະຈຸບັນ
  ທົ່ວປະເທດແມ່ນສາມາດສັກວັກຊີນ ໄດ້ດັ່ງນີື້:ເຂັມທີ 1 ໄດ້   2,915,317 ຄິດເປັນເປີເຊັນ 39.73 % ທຸກເຂັມທີ່ແນະນໍາໄດ້ 2,008,738 ຄິດເປັນ   ເປີ
  ເຊັນ 27.38 % ,ການໄດ້ຮັບວັກຊີນຄົບ ແມ່ນຈະເປັນການສ້າງພຸມຄຸ້ມກັນ ຂອງທ່ານ   ແລະ ຫຼຸດຜ່ອນຄວາມສ່ຽງທີຈະຕິດເຊືື້ອພະຍາດ ໂຄວິດ 19,   ແຕ່
  ວັກຊີນທີ່ໃຊ້ໃນປະຈຸບັນຍັງບໍ່ມີວັກຊີນໃດ ທີ່ສາມາດປ້ອງກັນ ພະຍາດ ໂຄວິດ 19   ໄດ້ 100% ,ດັ່ງນັ້ນເຖິງແມ່ນວ່າຈະໄດຮັບວັກຊີນແລ້ວແຕ່ພວກເຮົາ
  ຕ້ອງຍັງສືບຕໍ່ປະຕິບັດ ມາດຕະການຮັກສາໄລຍະຫ່າງໃນສັງຄົມ ແລະ ປະຕິບັດມາດຕະການ   ປ້ອງກັນຕົນເອງ ຢ່າງ ເຂັ້ມງວດ ເພື່ອຄວາມປອດໄພຂອງໂຕ
  ເຮົາເອງ   ແລະທຸກຄົນໃນສັງຄົມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 27/09/2021