ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກົມ ວສ-ປສ ການທະຫານ ກະຊວງປ້ອງກັນປະເທດ
ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

     ວັນທີ 17-20 ກັນຍາ 2018 ນີ້, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍສະຫາຍ ພົນ
ຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ເຊິ່ງ
ຄະນະໄດ້ຕ້ອນຮັບຈາກສະຫາຍ ພົນຈັດຕະວາ ຫງວຽນ ຮ່ວາງ ຢຽນ ຫົວໜ້າສະຖາບັນປະຫວັດສາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍ
ຄະນະ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

     ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກົມ ວສ-ປສ ໃນຄັ້ງນີ້ ແມ່ນໄດ້ເຂົ້າຮ່ວມກອງປະຊຸມພົບປະ ແລະ ປຶກສາຫາລື ສອງຝ່າຍ
ໄດ້ທົບທວນຄືນຜົນຂອງການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີຜ່ານມາໃຫ້ກັນ ແລະ ກັນຊາບ ເຊິ່ງປີ 2018 ສອງອົງການໄດ້ພົວພັນຮ່ວມມືແລກ
ປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ມີການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ກົມວິທະຍາສາດເປັນເວລາ 2 ເດືອນ ເພື່ອຊ່ວຍໃນການຄົ້ນຄວ້າຂຽນປື້ມປະຫວັດ
ສາດຮ່ວມສຳພັນສູ້ຮົບ ລະຫວ່າງກຳລັງແນວລາວຮັກຊາດກັບກຳລັງເປັນກາງຮັກຊາດປີ 1960-1975 ແລະ ສະຖາບັນປະຫວັດສາດການທະຫານ ກະຊວງ
ປ້ອງກັນປະເທດ ສສ ຫວຽດນາມໄດ້ຊ່ວຍເປີດຊຸດອົບຮົມໃຫ້ວິຊາການຂອງກະຊວງປ້ອງກັນປະເທດລາວ 1 ຄັ້ງ ຈຳນວນ 30 ວັນ ສອງອົງການໄດ້ສືບຕໍ່
ພົບປະ ແລະ ຖອດຖອນບົດຮຽນຮ່ວມກັນສອງປີຕໍ່ 1 ຄັ້ງ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບ ໂອກາດນີ້ຍັງໄດ້ປະດັບຫຼຽນກາມິດຕະພາບໃຫ້ສະຫາຍພັນ
ເອກ ຈູ ວັນ ລົກ ວິຊາການກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ໄດ້ມາຊ່ວຍຂຽນສອງໂຄງການປະຫວັດສາດຢູ່ລາວໃນປີຜ່ານມາ ຈາກນັ້ນສອງ
ຝ່າຍຍັງໄດ້ປຶກສາ ຫາລືແຜນການເຄື່ອນໄຫວໃນປີ 2019 ພ້ອມທັງລົງນາມເຊັນບົດບັນທຶກຊ່ວຍຈຳ ແລະ ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບສະ
ຖາບັນຍຸດທະສາດ ແລະ ເຂົ້າຢ້ຽມຂໍ່ານັບຄະນະນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ຢ້ຽມຢາມທະຫານເຂດ 3 ພ້ອມທັງຢ້ຽມຢາມສະຖານ
ທີ່ທ່ອງທ່ຽວສຳຄັນຂອງ ສສ ຫວຽດນາມຈຳນວນໜຶ່ງ.