ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ ແລະ ເຊັນປື້ມ
ໄວ້ອາໄລຕໍ່ການມໍລະນະກຳຂອງປະທານປະເທດ ແຫ່ງ ສສ ຫວຽດນາມ

     ໃນວັນທີ 26 ກັນຍາ 2018, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຢູ່ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຕໍ່ການ
ມໍລະນະກຳຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ປະທານປະເທດແຫ່ງ ສສ ຫວຽດນາມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຕໍ່ການມໍລະນະກຳຂອງປະທານປະເທດ ແຫ່ງ ສສ ຫວຽດນາມ

     ພາຍຫຼັງວາງພວງມາລາແລ້ວ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເຂົ້າເຊັນປຶ້ມໄວ້ອາໄລໂດຍມີເນື້ອໃນວ່າ: ໃນນາມກະຊວງປ້ອງກັນປະເທດ
ກໍຄືນາຍ ແລະ ພົນທະຫານທົ່ວກອງທັບປະຊາຊົນລາວຮູ້ສຶກສະເທືອນໃຈ ແລະ ເສົ້າໂສກເສຍໃຈເປັນຢ່າງຍິ່ງເມື່ອໄດ້ຮັບຂ່າວການຈາກໄປໂດຍບໍ່ມີວັນກັບ
ຄືນມາຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ, ການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ
ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ.

     ສະຫາຍ ເຈິ່ນ ດ໋າຍ ກວາງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສສ ຫວຽດ
ນາມ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອງ ສສ ຫວຽດນາມ. ສະ
ຫາຍ ເຈິ່ນ ດ໋າຍ ກວາງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິ
ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດມາ.