
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກຢູ່ ກອງພັນໃຫຍ່ 641

  
     ວັນທີ 25 ສິງຫາ 2021 ນີ້, ສະຫາຍ ພົນຕີ  ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາພາຫະນະ
    ອາວຸດ-ຍຸດໂທປະກອນ ຢູ່  ກອງພັນໃຫຍ່  641 ໂດຍໃຫ້ການ ຕ້ອນຮັບຂອງ ສະຫາຍ  ພັນເອກ ນວນຕາ ທັນມະຈັກ ຫົວໜ້າການທະຫານ ກອງພັນໃຫຍ່
    641 ພ້ອມຄະນະ, ມີພະນັກງານວິຊາສະເພາະທີ່ກ່ຽວຂ້ອງເຂົ້າຮ່ວມ. 
     ສະຫາຍ ພັນໂທ ບຸນທອນ ອານຸລັກ ຮອງຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 641 ໄດ້ລາຍງານກ່ຽວກັບວຽກງານດັ່ງກ່າວໂດຍຫຍໍ້ ໂດຍສະເພາະ
    ແມ່ນວຽກງານການຄຸ້ມຄອງພາຫະນະອາວຸດ-ຍຸດໂທປະກອນຕ່າງໆ, ວຽກງານກວດກາສ້ອມແປງພາຫະນະເຕັກນິກ, ການບົວລະບັດຜັດເຊັດໃຫ້ມີຄວາມ
  ຮັບປະກັນໃນທ່າ ກຽມພ້ອມສູ້ຮົບໄດ້ທຸກເວລາ, ນອກນັ້ນຍັງໄດ້ຈັດຕັ້ງອົບຮົມການນໍາໃຊ້ກໍຄືບັນດາຫຼັກການ ແລະ ການບົວລະບັດຕ່າງໆ ໃຫ້ພະນັກງານ-
  ນັກຣົບ ທີ່ເຮັດວຽກງານການຄຸ້ມຄອງລົດ, ອາວຸດ-ຍຸດໂທປະກອນໃນກົມກອງຕົນໃຫ້ມີຄວາມເຂົ້າໃຈ, ເຮັດວຽກວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນດີທາງ
  ດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ບາງບັນຫາທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ.
     ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະກໍໄດ້ລົງກວດກາພາຫະນະອາວຸດ-ຍຸດໂທປະກອນ  ຢູ່ບັນດາກົມກອງ
  ທີ່ຂຶ້ນ ກັບກອງພັນໃຫຍ່ 641 ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 27/08/2021