
ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ ແຂວງບໍ່ແກ້ວ

  
     ວັນທີ 25 ສິງຫາ 2021 ນີ້, ສະຫາຍ ພົນໂທ  ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ສະພາປະຊາຊົນເຂດ
    ເລືອກຕັ້ງທີ 5 ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ 2 ກຳລັງ ປກຊ-ປກສ ຢູ່ແຂວງບໍ່ແກ້ວ,  ໂດຍການຕ້ອນຮັບຂອງ ທ່ານ ຈອມສີ  ລັດຕະນະ ເປັນປະ
  ທານ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 5 ປະທານ ສະພາປະຊາຊົນ ແຂວງບໍ່ແກ້ວ ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ
  ແລະ ປກສ ແຂວງຕະຫຼອດຮອດພະນັກງານ ຫຼັກແຫຼ່ງເຂົ້າຮ່ວມ.
     ສະຫາຍ  ພັນເອກ ບຸນມີ ພາມີໄຊ  ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ  ບໍ່ແກ້ວ  ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ໂດຍສັງເຂບກ່ຽວກັບຜົນ
    ງານການເຄື່ອນໄຫວ ໃນໄລຍະຜ່ານມາເຊິ່ງ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
  ຫງົບ ຢູ່ພາຍໃນ  ແຂວງເຫັນວ່າມີຄວາມສະຫງົບ ໂດຍພື້ນຖານຕະຫຼອດມາ. ໂອກາດນີ້, ສະຫາຍ ພົນໂທ  ສຸວອນ ເລືອງບຸນມີ ໄດ້ໂອ້ລົມເຊິ່ງໄດ້ຍົກໃຫ້
  ເຫັນສະພາບການຂອງໂລກ, ພາກພື້ນ ແລະ  ປະເທດຂອງພວກເຮົາທີ່ຜັນແປໄປຢ່າງສັບສົນ ໂດຍສະເພາະບັນຫາຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະ
  ບາດເປັນວົງກວ້າງເວົ້າລວມເວົ້າສະເພາະ ແມ່ນແຂວງບໍ່ແກ້ວຂອງພວກເຮົາ ແມ່ນໃຫ້ເພີ່ມທະວີມາດຕະການ ໃນການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ
  ຕິດຕາມປ້ອງກັນເວນຍາມຕາມຂອບເຂດຊາຍແດນ ແລະ ຂອບເຂດຮັບຜິດຊອບໃຫ້ເຄັ່ງຄັດ.
     ຈາກນັ້ນ ສະຫາຍ  ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຄະນະພັກ-ຄະນະບັນຊາ 2 ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ  ແຂວງ
    ບໍ່ແກ້ວ ທີ່ສາມາດເຮັດຫຼ້ອນໜ້າທີ່ຫຼາຍດ້ານໃນໄລຍະຜ່ານມາ ໂດຍຍຶດໝັ້ນໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍ
  ໃຕ້ການຊີ້ນຳ ເດັດຂາດໂດຍກົງຮອບດ້ານຂອງພັກ ການເຄື່ອນໄຫວປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ກາຍເປັນ
  ກຳລັງທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ, ພ້ອມດຽວກັນນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ 2 ກຳລັງແຕ່
  ລະຂັ້ນຈົ່ງຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະ
  ຍາວນານ, ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເສີມຂະຫຍາຍມູນ
  ເຊື້ອທາດແທ້ຂອງກຳລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກຳນົດກົດລະບຽບຂອງພັກກົດໝາຍຂອງລັດຢ່າງຕັ້ງໜ້າ, ຍົກສູງຄວາມຮູ້ຄວາມສາມາດໃນ
  ການນຳພາ-ບັນຊາຕາມທິດຂອງຂັ້ນເທິງກາຍເປັນກຳລັງທີ່ມີແບບແຜນທັນສະໄໝ, ພ້ອມທັງສືບຕໍ່ຫັນເອົາກຳລັງລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ
  ຢູ່ແຕ່ລະຈຸດສຸມໃນຂອບເຂດຕົນເອງ ຮັບຜິດຊອບ, ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕິດພັນກັບການອົບຮົມ-ຫັດແອບຮໍ່າຮຽນດ້ານ
  ສິລະປະຍຸດ-ຍຸດທະວິທີ ສູ້ຮົບ ໃຫ້ມີຄວາມຄ່ອງແຄ້ວ, ສ້າງກຳລັງ ປກຊ-ປກສ ໃຫ້ກາຍເປັນວຽກ ຂອງທົ່ວປວງຊົນ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26
  ແຜນງານຂອງ ຄະນະພັກ  ກະຊວງປ້ອງກັນປະເທດ ວາງອອກຢ່າງເຂັ້ມງວດ ນໍາພາກົມກອງມີລະບຽບແບບແຜນທັນສະໄໝຂຶ້ນໄປເລື້ອຍໆ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 27/08/2021