ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຕ່ງຕັ້ງຫົວໜ້າກົມແຜນການ-ການເງິນ ແລະ ກົມກໍ່ສ້າງຄຸ້ມຄອງຊັບສິນ


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານພິທີປະກາດການຈັດຕັ້ງບັນດາຫົວໜ້າກົມ,
ຮອງຫົວໜ້າກົມແລະຮອງຫົວໜ້າຫ້ອງການທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ

     ໃນວັນທີ 25 ມິຖຸນາ 2019 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງບັນ ດາຫົວໜ້າກົມ, ຮອງຫົວໜ້າກົມ ແລະຮອງຫົວໜ້າຫ້ອງການ
ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານຂຶ້ນກັບ
ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ອະນຸຍາດໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມຮັບເບ້ຍບຳນານ ແລະຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງບັນດາຫົວ
ໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າ, ຮອງຫ້ອງການທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນຊູ
ດວງຄຳມີ ເປັນຫົວໜ້າກົມແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ວົງສັກ ສີພັນດອນ ເປັນຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່
ພະລາທິການກອງທັບ, ສະຫາຍ ພັນໂທ ສົມໃຈ ຄຳມະນີ ເປັນຮອງຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ ແລະສະຫາຍ ພັນໂທ ອິນທະພອນ
ວໍລະວົງ ເປັນຮອງຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະຜູ້ທີ່ໄດ້ນະໂຍບາຍພັກການເຂົ້າຮັບເບ້ຍບຳນານໃນຄັ້ງນີ້, ເຊິ່ງໄລ
ຍະຜ່ານມາແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເວົ້າສະເພາະຕໍ່ກັບການພັດທະນາກົມກອງ ກໍຄືຂະແໜງການ ວິຊາ
ສະເພາະໃຫ້ມີຄວາມຮັບປະກັນດີ, ໃນຂົງເຂດວຽກງານກໍ່ສ້າງ, ວຽກງານການເງິນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເຮັດສຳເລັດຢ່າງຈົບງາມຕະຫຼອດມາ, ພ້ອມທັງ
ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນເອົາໃຈໃສ່ຍົກສູງສະຕິປັນຍາຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຕັ້ງໜ້າເປັນເຈົ້າ
ການໃນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານທາດແທ້ຄຸນສົມບັດສິນທຳປະຕິວັດ, ທັດສະນະຫຼັກໝັ້ນຊົນຊັ້ນ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານການນຳພາ-ບັນຊາ
ແລະຄຸ້ມຄອງ ສາມາດເປັນເສນາທິການໃຫ້ຂັ້ນເທິງດ້ານວຽກງານຮັບປະກັນ ປັບປຸງແບບແຜນວິທີເຮັດວຽກບົນຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ
ແບ່ງໃຫ້ບຸກຄົນຮັບຜິດຊອບບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືເອົາການດຳເນີນຊີວິດການເມືອງເປັນປົກກະຕິ, ເພື່ອສຶກສາອົບຮົມໃຫ້ພະນັກງານ-ນັກຮົບມີຄຸນ
ທາດການເມືອງໜັກແໜ້ນ, ຕີຕ້ານແນວຄິດພັກພວກກຸ່ມກ້ອນ ຖືເອົາການສ້າງກອງ 3 ປອດ, ຍູ້ແຮງ ການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມກັນນຳພາກອງ
ທັບເຮົາກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ.