ຫົວໜ້າກົມໃຫ່ຍເສນາທິການກອງທັບ ລົງຢ້ຽມຢາມ
ແລະ ເຮັດວຽກຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ
ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໃນວັນທີ 22 ເມສາ 2022 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ
ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນ ພ້ອມຄະນະ.
ສະຫາຍ ພັນເອກ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ໄດ້ລາຍງານ ໂດຍຫຍໍ້ກ່ຽວກັບປະຫວັດມູນເຊື້ອ ຂອງໂຮງຮຽນ ແລະ ຜົນ
ງານ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ໂດຍຕິດພັນກັບການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ
ຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າໃນໜ້າທີ່ລວມຂອງກົມກອງປິ່ນ
ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ນຳມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ.
ພ້ອມນີ້ ຄະນະພັກ-ຄະນະອໍານວຍການໂຮງຮຽນ ຍັງໄດ້ເພີ່ມທະວີຊີ້ນຳບັນດາພະນັກງານ-ນັກຮົບ, ຄູ-ອາຈານ ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະເພາະນັກຮຽນ-ນັກສຶກສາ ແມ່ນອອກແຮງແຂ່ງຂັນກັນດຸໝັ່ນຄົ້ນຄວ້າຮ່ຳຮຽນເຝິກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານ
ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ມີຄຸນນະພາບໃຫ້ແກ່ກອງທັບປະຊາຊົນລາວ.
ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໂຮງຮຽນຍາດມາ
ໄດ້ໃນໄລຍະຜ່ານມາ. ສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນມີທັງສິ່ງທີ່ເອື້ອອຳນວຍ, ທ້າ
ທາຍ ແລະ ທົດສອບຫຼາຍປະການ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານຫຼັກແຫຼ່ງໃນທົ່ວໂຮງຮຽນເພີ່ມທະວີບົດບາດການນໍາພາ-
ຊີ້ນໍາສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຕັ້ງ
ຕໍ່ບໍລິສຸດ, ຈົງຮັກພັກດີຕໍ່ພັກ-ລັດ, ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກ
ການນຳພາຂອງພັກເຮັດວຽກແບບລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະແບ່ງວຽກບຸກຄົນຮັບຜິດຊອບ. ເອົາໃຈໃສ່ຍົກລະດັບ ແລະ ປັບປຸງການຮຽນ-
ການສອນໃຫ້ມີຄຸນະພາບ, ປັບປຸງຄ້າຍຄູ ແລະ ສູ້ຊົນແກ້ໄຂຊີວິດການເປັນຢູ່ບົນຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍເອງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/04/2022