ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານຮອງນາຍົກລົງຊຸກຍູ້ວຽກສະກັດກັ້ນ-ຄວບຄຸມ
ການລະບາດພະຍາດ COVID-19 ຢູ່ບ້ານຊ້າງຄູ້


     ວັນທີ 26 ເມສາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຊຸກຍູ້ວຽກງານ
ສະກັດກັ້ນ ແລະ ຄອບຄຸມການລະບາດຂອງພະຍາດ COVID-19 ທີ່ຫ້ອງແຖວພັກເຊົາຂອງປະຊາຊົນ ຢູ່ບ້ານຊ່າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ
ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ, ທ່ານຮອງລັດຖະມົນຕີ ກະຊວງ ຖວທ, ທ່ານເຈົ້າເມືອງ, ຫົວໜ້າພະແນກ, ອໍານາດການປົກຄອງ ແລະ ປະຊາຊົນໃຫ້ການຕ້ອນຮັບ.

     ໂອກາດນີ້ ຄະນະກໍໄດ້ຮັບຟັງການ ລາຍງານຂອງ ທ່ານ ວັນທອງ ພົງສະຫວັນ ນາຍບ້ານ ບ້ານຊ້າງຄູ້ ຕໍ່ສະພາບການລະບາດຂອງພະຍາດ COVID-19 ຂອງອໍາ
ນາດການປົກຄອງບ້ານເຊິ່ງເຫັນໄດ້ວ່າ: ພາຍຫຼັງມີຄໍາສັ່ງແນະນໍາເລກທີ 06/ນຍ ຂອງທ່ານນາຍົກ ທາງອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ສົມ
ທົບກັບໜ່ວຍງານສະເພາະກິດຂອງ ເມືອງ ແລະ ນວ ໄດ້ລົງເຜີຍແຜ່ແນະນໍາ ຜ່ານໂທລະໂຄງ ຫົວໜ່ວຍ 10 ຫຼັງຄາເຮືອນ ແລະ ບັນດາຫ້ອງແຖວພັກເຊົ່າ ລົງກວດກາ
ຕິດຕາມເຝົ້າລະວັງຢ່າງຕໍ່ເນື່ອງ ເຮັດໃຫ້ບ້ານຂອງພວກເຮົາມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ບໍ່ມີຜູ້ຕິດເຊື້ອ.

     ທ່ານຮອງນາຍົກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຢ່າງຕັ້ງໜ້າຂອງອໍານາດການປົກຄອງ ພໍ່ແມ່ປະຊາຊົນ ທີ່ພ້ອມ ກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງ
ເລກທີ 06 ຂອງທ່ານນາຍົກດ້ວຍຄວາມຮັບຜິດຊອບສູງ ພ້ອມທັງໄດ້ຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດຄໍາສັ່ງສະບັບດັ່ງກ່າວ ແລະ ເນັ້ນ ໃຫ້ເອົາໃຈໃສ່ມາດຕະ
ການແກ້ໄຂ ການດໍາລົງຊີວິດການປັບປຸງພັດທະນາຊີວິດການເປັນຢູ່ໃນໄລຍະ ພະຍາດ COVID-19 ທີ່ພວມແຜ່ລະບາດ ໃຫ້ມີຄວາມຕື່ນຕົວ ເອົາໃຈໃສ່ເຂັ້ມງວດ ປ້ອງ
ກັນຕົນເອງ ຢູ່ພາຍໃນບ້ານເຮືອນຈະເຮັດແນວໃດ ເວລາອອກຈາກເຮືອນຈະປະຕິບັດຕົນເອງແນວໃດ ໂດຍສະເພາະໜັ່ນລ້າງມື ໃຊ້ຜ້າປິດປາກ ປິດດັງທຸກຄັ້ງ ພ້ອມເປີດ
ໂອກາດໃຫ້ພໍ່ແມ່ປະຊາຊົນ ນໍາສະເໜີບັນຫາ ຂໍ້ຫຍຸ້ງຍາກ ຄວາມຕ້ອງການຊ່ວຍເຫຼືອ ໃນໄລຍະການລະບາດຂອງພະຍາດ COVID-19 ຕໍ່ເຈົ້າຂອງຫ້ອງພັກເຊົາ ເພື່ອ
ນໍາສະເໜີຕໍ່ອໍານາດການປົກຄອງ ເພື່ອຫາຊ່ອງທາງໃນການແກ້ໄຂ ແລະ ນັບຈາກມື້ນີ້ໄປ ຈະເຮັດແນວໃດ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ນັບມື້ດີຂຶ້ນ
ເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້. ພ້ອມດຽວກັນນີ້ທາງຄະນະຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ເຊິ່ງປະກອບມີ ຜ້າປິດປາກ ປິດດັງ ເຫຼົ້າ 90 ແລະ ໄຂ່
ມາມອບໃຫ້ແກ່ ພໍ່ແມ່ປະຊາຊົນທີ່ພັກເຊົາຢູ່ຫ້ອງແຖວແຫ່ງດັ່ງກ່າວຈໍານວນ 15 ຫ້ອງ.