ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ IV


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີ 7 ສະໄໝທີ IV

     ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ IV ຈັດຂຶ້ນໃນວັນທີ 26 ກຸມພາ 2019 ນີ້, ໂດຍການເປັນປະທານຂອງສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ
ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ໃນໜຶ່ງປີຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງ ກໍຄື
ຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ວຽກງານຈຸດສຸມຂອງຄະນະພັກກະຊວງພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ
ແມ່ນສຸມໃສ່ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າສູ່
ຕົວຈິງຂອງກົມກອງ-ທ້ອງຖິ່ນສິ່ງທີ່ເປັນໜ້າພາກພູມໃຈເປັນຢ່າງຍິ່ງແມ່ນພວກເຮົາຫາກໍສໍາເລັດການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ຢ່າງຄຶກຄື້ນເບີກບານມ່ວນຊື່ນ ແລະ ມີຜົນສໍາເລັດສະຫງ່າງາມ ລວມທັງພິທີສະເຫຼີມ ສະຫຼອງຢູ່ບັນດາກົມກອງ-ທ້ອງຖິ່ນກໍເປັນຂະບວນການຟົດຟື້ນ ແລະ ຮັບປະກັນ
ຄວາມສະຫງົບປອດໄພໄດ້ 100% ນອກນັ້ນຍັງຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະ ກອງປະຊຸມທີ່ສໍາຄັນຕ່າງໆນັບທັງລະດັບສາກົນ ແລະ ລະດັບ
ຊາດ ເຊັ່ນ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກໍາລັງປະກອບອາວຸດພວກເຮົາສືບຕໍ່ເປັນຫຼັກແຫຼ່ງໃນການເຮັດໜ້າທີ່ ປກຊ-ປກສ ເຮັດ
ໃຫ້ສະພາບທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ສະຖຽນລະພາບດ້ານການເມືອງຍັງມີຄວາມໝັ້ນຄົງໜັກແໜ້ນການຈັດຕັ້ງປະຕິ ບັດແນວທາງການພັດທະນາ
ເສດຖະກິດ-ສັງຄົມຂອງພັກ, ເສດຖະກິດແຫ່ງຊາດ ໂດຍພື້ນຖານແມ່ນມີສະຖຽນລະພາບ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບ
ການແກ້ໄຂປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບໄດ້ມີຫຼາຍດ້ານພົ້ນເດັ່ນຂື້ນກວ່າເກົ່າ.

     ໃນກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ສະຫຼຸບຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດໃນປີ 2018 ແລະ ກໍານົດທິດທາງສຸມ
ໃສ່ນໍາພາປີ 2019, ໃນການຄົ້ນຄວ້າເນື້ອໃນກອງປະຊຸມຄັ້ງນີ້ ຈິດໃຈແມ່ນໃຫ້ພວກເຮົາມີຄວາມເປັນເອກະພາບທຸກບັນຫາໃນການຕີລາຄາສະພາບການຈັດຕັ້ງ ຊີ້ນໍາ-ນໍາ
ພາຂອງຄະນະພັກ, ຄະນະບັນຊາ, ເຊິ່ງມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງ
ຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນສະພາບການ ແລະ ການຮັບປະກັນໃຫ້ການກໍານົດແຜນວຽກຈຸດສຸມໃນຕໍ່ໜ້າແທດ ເໝາະກັບສະ
ພາບແວດລ້ອມຕົວຈິງຂອງກອງທັບ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງວາງອອກດ້ວຍຈິດໃຈບຸກທະລຸມີການຫັນ
ປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.

     ໂອກາດນີ້, ສະຫາຍເລຂາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຍົກສູງຄວາມຮັບຜິດຊອບ, ສຸມ
ສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບ ຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມເທື່ອນີ້ໃຫ້ມີຜົນສໍາເລັດເປັນຢ່າງດີ.