
ປຶກສາຫາລື ການຄັດເລືອກບໍລິສັດເຂົ້າໃນໂຄງການກໍ່ສ້າງອະນຸສອນສະຖານກອງໄຊຈັກກະພັດ

      ສະຫາຍ ພົນຕີ ວົງຄຳ  ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນປະທານ
  
     ວັນທີ 24 ສິງຫາ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ  ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືກະກຽມ
    ຄວາມພ້ອມເຂົ້າໃນການຄັດເລືອກບໍລິສັດ ທີ່ຈະມາລົງທຶນໂຄງການກໍ່ສ້າງອະນຸສອນສະຖານກອງໄຊຈັກກະພັດ ຢູ່ເຂດເມືອງໂພນທອງ ແຂວງຈຳປາສັກ,
    ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ  ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ  ພົນຈັດຕະວາ ວຽງໄຊ
    ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ,  ມີກົມກໍ່ສ້າງ, ກົມຊ່າງແສງ, ກົມກວດກາ, ກົມການເງິນ ແລະ  ວິຊາການກ່ຽວຂ້ອງ
    ເຂົ້າຮ່ວມ. 
     ໃນພິທີ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເລົ່າຄືນຈຸດປະສົງ ແລະ ຄາດໝາຍຂອງ
    ສູນກາງພັກ, ພະນັກງານປະຕິວັດ ແລະ ທິດຊີ້ນຳຂອງບັນດາທ່ານອະດີດການນຳ ເຫັນດີໃຫ້ພັກ-ລັດ, ກະຊວງປ້ອງກັນປະເທດ ຫວນຄືນມູນເຊື້ອຄວາມ
  ໝາຍຄວາມສຳຄັນ ຂອງກອງໄຊຈັກກະພັດ ເພື່ອກໍ່ສ້າງຈຳລອງຄືນເປັນອານຸສອນສະຖານ ໃຫ້ຄົນລຸ້ນໃໝ່ ໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ເອົາປະຫວັດສາດ
  ຂອງກອງທັບປະຊາຊົນລາວ ເຊິ່ງກອງດັ່ງກ່າວເຄື່ອນໄຫວຢູ່ພາກໃຕ້ຂອງລາວ, ໃນນັ້ນໜ້າວຽກຕົ້ນຕໍຕາມທິດຊີ້ນຳຂອງສູນກາງພັກ ແມ່ນເລັ່ງເປີດເສັ້ນ
  ທາງເຂົ້າທີ່ຈະສ້າງປະມານ 5-7km, ແລ່ນຕາຄ່າຍໄຟຟ້າ, ສ້າງສະຖານທີ່ຈຳລອງບ່ອນກໍ່ຕັ້ງຄ້າຍກອງໄຊຈັກກະພັດ, ສ້າງຮົ້ວອ້ອມເຂດແດນ ແລະ ສະຖານ
  ທີ່ອຳນວຍຄວາມສະດວກຕ່າງໆ ເພື່ອເປັນບ່ອນເກັບມ້ຽນວັດຖຸພັນ, ສ້າງຮູບຮອຍໂຕຂອງບັນດາທ່ານທີ່ເຄີຍເຂົ້າຮ່ວມ ໃນກອງໄຊຈັກກະພັດ ໄລຍະທຳອິດ
  ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ປະກາດສ້າງຕັ້ງ.
     ໃນໂອກາດນີ້ທ່ານປະທານ ກອງປະຊຸມໄດ້ເນັ້ນໜັກຕື່ມ ໃຫ້ເຈົ້າຂອງໂຄງການໂດຍສະເພາະ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຖອດຖອນ
    ບົດຮຽນຕື່ມກັບບັນດາໂຄງການທີ່ເຮັດສຳເລັດໃນໄລຍະຜ່ານມາ ເພື່ອໃຫ້ໂຄງການນີ້ມີຄວາມສະດວກດີພ້ອມຮຽກຮ້ອງໃຫ້ວິຊາການບັນດາກົມກອງກ່ຽວ
  ຂ້ອງຕ້ອງອອກແຮງຮ່ວມມືກັນເຮັດໃຫ້ຖືກຕ້ອງຕາມນິຕິກຳ ແລະ ລະບຽບກົດໝາຍ ພ້ອມຄັດເລືອກບໍລິສັດທີ່ຈະມາລົງມືກໍ່ສ້າງໃຫ້ເຫັນໄດ້ຄວາມໝາຍ
  ຄວາມສຳຄັນຂອງໜ້າວຽກຕ້ອງແມ່ນບໍລິສັດທີ່ມີເຈດຈຳນົງທີ່ດີ, ຖານະທາງດ້ານເສດຖະກິດຈະເເຈ້ງ, ມີທະບຽນວິສາຫະກິດຖືກຕ້ອງຕາມລະບຽບການ
  ແລະ ມີຜົນງານອັນດີເດັ່ນໃນການຮັບເໝົາກໍ່ສ້າງປະກອບສ່ວນສ້າງສາພັດທະນາປະເທດຊາດຜ່ານມາ ພ້ອມນີ້ຕ້ອງເຫັນໄດ້ຄວາມຫຍຸ້ງຍາກສັບສົນດ້ານງົບ
  ປະມານ ໃນການກໍ່ສ້າງຂອງພັກ- ລັດຖະບານເຮົາໃນສະພາບປັດຈຸບັນຖ້າກຳໄດ້ຈຸດພິເສດດັ່ງ ກ່າວໂຄງການນີ້ ຈິ່ງສາມາດລົງມືຈັດຕັ້ງປະຕິບັດໄດ້ ແລະ ສຳ
  ເລັດຕາມຄາດໝາຍຢ່າງຈົບງາມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 26/08/2021