
ກົມໃຫຍ່ເສນາທິການປະກາດການເລື່ອນໃຫ້ນາຍທະຫານ

      ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງຮອງຫົວໜ້າ  ກົມໃຫຍ່ເສນາທິການກອງທັບ ເປັນປະທານ
  
     ວັນທີ 24  ສິງຫາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃຫ້ນາຍທະຫານ,  ໂດຍການເຂົ້າຮ່ວມເປັນປະທານ
    ຂອງ ສະຫາຍ ພົນຕີ ຈັນທອງ  ສອນຕະອາດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາອົງການ, ກົມກອງ, ພະ
    ນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. 
     ໃນພິທີ, ສະຫາຍ ພັນໂທ ໄຊພອນ  ສອນມະນີ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍ
    ການເລື່ອນຊັ້ນ-ທຽບຊັ້ນໃຫ້ນາຍທະຫານທົ່ວກົມໃຫຍ່ເສນາທິການກອງທັບ, ໃນນີ້ເລື່ອນຊັ້ນ ຮ້ອຍເອກ  ຂຶ້ນ ພັນຕີ ຈໍານວນ 117 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍ
  ເອກ ຈຳນວນ 33  ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍໂທ  ຂຶ້ນ ຮ້ອຍເອກ ຈຳນວນ 73  ສະຫາຍ.
     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນ
    ດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ,
  ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນ, ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ຂໍ້ກໍານົດກົດລະບຽບຂອງ
  ກອງທັບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງໃນທຸກຂົງ ເຂດວຽກງານ ແລະ ພ້ອມກັນເຮັດ
  ສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນສູງ.