ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນ​ປະຫວັດສາດ


ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ

     ວັນທີ 25 ພຶດສະພາ 2022 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອການຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ
ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 63 ປີ (18.5.1959-18.5.2022) ແລະ ວິລະກໍາໂຕນຄຸກ ຢ່າງມະຫັດສະຈັນ ຂອງ ບັນດາທ່ານຜູ້ນໍາພັກ ແລະ
ແນວລາວ ຮັກຊາດຄົບຮອບ 62 ປີ (24.5.1960-24.5.2022) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະ
ສິດ ກຳມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາກົມ, ຫ້ອງການ, ບໍລິສັດ, ລັດວິສາຫະກິດທີ່ຂຶ້ນກັບ ພ້ອມ
ດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອວິລະກໍາຂອງ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນ ແຂວງ
ຊຽງຂວາງ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ມູນເຊື້ອ 2 ວັນດັ່ງກ່າວ ເປັນເຫດການທີ່ມີຄວາມ
ໝາຍສໍາຄັນທາງດ້ານປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ
ປະຊາຊົນເຮົາທີ່ຍາດ​ໄດ້ໄຊຊະນະໃນໄລຍະຜ່ານມາ, ບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ​ແມ່ນຜູ້ນໍາທີ່ມີຄວາມເຊື່ອຖື ແລະ ມີສິນທໍາປະຕິວັດ, ສະ
ແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວບໍ່ຄອນແຄນຕໍ່ການນາບຂູ່ຫຼວງລວງຂອງສັດຕູ, ມີນໍ້າ
ໃຈພິລະອາດຫານ ແລະ ມີໄຫວພິບ​ເຊິ່ງເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ຂະບວນການປະຕິວັດ ເພື່ອຕີເອົາ​ໄຊຊະນະຈາກຈັກກະພັດອາເມ
ລິກາ ແລະ ລູກແຫຼ້ງຕີນມື, ພ້ອມດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິວັດ ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍ
ຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິທິພົນຂອງກໍາລັງຝ່າຍປະເທດລາວ (ແນວລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາກົນ. ທັງນີ້ກໍເພື່ອເປັນການສຶກ
ສາອົບຮົມເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕື່ມບັນດາມູນເຊື້ອ 2 ວັນປະຫວັດສາດ ຮັບຮູ້ໄດ້ເຖິງຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມ
ດີຂອງຜູ້ນໍາພັກ ແນວລາວຮັກຊາດ ແລະ ມູນເຊື້ອ ອັນໂດດເດັ່ນຂອງ ກອງພັນທີ 2 ທີ່ໄດ້ນໍາພາຂະບວນການຕໍ່ສູ້ໃຫ້ມີຄວາມເປັນທໍາ ແລະ ຢັ້ງຢືນໃຫ້ເຫັນ
ຢ່າງຈະແຈ້ງວ່າ: “ທໍາມະຍາມໃດກໍຊະນະອະທໍາ”, ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ນັກຮົບ ໄດ້ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການເຝິກຝົນຫຼໍ່
ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງກົມກອງໃຫ້ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນພິທີຍັງໄດ້ປາຖະກະຖາວັນສ້າງຕັ້ງອົງການກວດ
ກາພັກ-ລັດ ຄົບຮອບ 40 ປີ ໂດຍໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ລວມທັງຜົນງານການເຄື່ອນໄຫວຕະຫຼອດໄລຍະ 40 ປີຜ່ານມາ,
ອົງການກວດກາພັກ-ລັດ, ມີຄວາມສໍາຄັນໃນຂະບວນວິວັດ, ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕາມກົດໝາຍຢູ່ປະເທດເຮົາ, ຍາມໃດພັກເເຮົາກໍຖືເອົາ
ວຽກງານກວດກາເປັນບັນຫາສໍາຄັນ, ພັກໄດ້ກາຍເປັນພັກກໍາອໍານາດນໍາພາຮອບດ້ານນັບແຕ່ຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການ
ພົວພັນຕ່າງປະເທດ, ການຄຸ້ມຄອງບໍລິຫານອົງການຂອງລັດທົ່ວລະບົບການເມືອງ, ທຸກອົງການຈັດຕັ້ງຕ້ອງໄດ້ແຕ່ງຕັ້ງຄະນະກວດກາ ເພື່ອຊ່ວຍສູນກາງພັກ,
ລັດຖະບານ ແລະ ສະພາປະຊາຊົນສູງສຸດ, ເພື່ອກວດກາການປະຕິບັດມະຕິຂອງພັກ, ກົດໝາຍ ແລະ ຂໍ້ກໍານົດຕ່າງໆ ຂອງລັດໃຫ້ຖືກຕ້ອງສອດຄ່ອງຕາມ
ແນວທາງການປ່ຽນແປງໃໝ່ຂອງພັກໃນໄລຍະໃໝ່.

     ໃນມື້ດຽວກັນນັ້ນ, ຫ້ອງວ່າການກະຊວງປ້ອງກັນປະເທດ ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍທະຫານຈໍານວນ 43 ສະຫາຍ, ໃນນັ້ນມີນາຍທະຫານ ໄດ້
ຮັບການເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກ ຮ້ອຍເອກ ຂຶ້ນ ພັນຕີ 13 ສະຫາຍ ແລະ ຈາກຮ້ອຍໂທ ຂຶ້ນ ຮ້ອຍເອກ 30 ສະຫາຍ, ໂດຍການເປັນປະທານຂອງ
ສະຫາຍ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ເຊັ່ນດຽວກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/05/2022