ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການ​ເຂົ້າ​ຢ້ຽມຂໍ່ານັບ​
ຂ​ອງຄະນະໂຄສະນາສຶກສາ ສູນກາງພັກ ກອມມູນິດຫວຽດນາມ


     ວັນທີ 25 ເມສາ 2022 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງ້ວຽນ ຈ໋ອງ ເງ໋ຍ ເລຂາທິການ ສູນກາງພັກຫົວໜ້າ
ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະເນື່ອງໃນໂອກາດທີ່ສະຫາຍເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດ
ວຽກຢູ່ ສປປ ລາວ ໃນຄັ້ງນີ້ຂອງ ສະຫາຍ ຫງ້ວຽນ ຈ໋ອງ ເງ໋ຍ ພ້ອມຄະນະ, ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ຍິ່ງ
ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບ
ມື້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

     ໂອກາດດຽວກັນນີ້, ສະຫາຍ ຫງ້ວຽນ ຈ໋ອງ ເງ໋ຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ທີ່ໃຫ້ກຽດ
ຕ້ອນຮັບອັນອົບອຸ່ນ ແລະ ສະນິດແໜ້ນ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນຫອມຫວນ, ດູດດື່ມເຊິ່ງເປັນການປະກອບສ່ວນສຳຄັນຂອງການຮ່ວມມືອັນ
ພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ຍາວນານໃຫ້ຈະເລີນງອກງາມ, ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມທັງລາຍງານຜົນການພົບ
ປະລະຫວ່າງຄະນະໂຄສະນາສຶກສາສູນກາງພັກ ຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຄັ້ງນີ້ເຊິ່ງເປັນການປະກອບ
ສ່ວນເຂົ້າໃນການສ້າງຄວາມສາມັກຄີອັນພິເສດໃນການໂຄສະນາ-ອົບຮົມທາງດ້ານການເມືອງ-ແນວຄິດ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງທັງ
ສອງປະເທດ ໃຫ້ນັບມື້ເພີ່ມທະວີຄູນກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/04/2022