
ກົມວິທະຍາສາດ-ປະຫວັດສາດ ການທະຫານ  
  ເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ 2019

    ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ 2019
     ໃນວັນທີ 24 ເມສາ 2019 ນີ້,  ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດອົບຮົມການເມືອງ-ການທະຫານໄລຍະສັ້ນປະຈຳປີ
    2019 ຂຶ້ນ  ພາຍໃຕ້ການເປັນປະທານກ່າວເປີດຂອງສະຫາຍ ພົນຈັດຕະວາ  ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະຫວັດສາດ  ການທະ
    ຫານ  ມີບັນດາສະຫາຍຮອງຫົວໜ້າກົມ, ພະແນກການ ແລະ  ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.
     ໃນພິທີສະຫາຍ ພັນໂທ  ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມວິທະຍາສາດ-ປະຫວັດສາດ  ການທະຫານ  ວ່າດ້ວຍການອານຸ
    ມັດເປີດຊຸດອົບຮົມໄລຍະສັ້ນທັງສອງພາກ, ຂໍ້ຕົກລົງແຕ່ງຕັ້ງອານຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະ ຜ່ານແຜນການອົບຮົມຫັດແອບຕໍ່ກອງປະຊຸມ, ການອົບຮົມ
    ຈະດຳເນີນໄປເປັນເວລາ 13 ວັນ ໃນນັ້ນອົບຮົມພາກການເມືອງ 3 ວັນ, ການທະຫານ 12 ວັນ, ລົງສະໜາມຍິງລູກປືນແທ້ 1 ວັນ, ໃນນັ້ນພາກການເມືອງຈະໄດ້ອົບຮົມ
    ທັງໝົດ 5 ບົດຄື: ບົດທີ 1 ພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນສະເໜີໂດຍສະຫາຍ ພົນຈັດຕະວາ  ວຽງ ໄຊ ສົມວິຈິດ, ບົດທີ 2 ສັງຄົມ-ສັງຄົມນິຍົມ, ບົດທີ 3
    ວຽກງານພັກ-ວຽກງານການເມືອງໃນການອົບຮົມຫັດແອບການທະຫານກົມກອງຮາກຖານສະເໜີໂດຍສະຫາຍ ພັນເອກ ສຸລິວັນ  ແສງຈັນ, ບົດທີ 4 ທີ 5 ສະເໜີໂດຍສະ
    ຫາຍ ພັນເອກ  ວິຊຽນ ສີສະອາດ ປະກອບມີວຽກງານພັກ-ວຽກງານການເມືອງໃນການຄຸ້ມຄອງບົວລະບັດນຳໃຊ້ອາວຸດ ແລະ ພາຫະນະເຕັກນິກກອງທັບ,  ອົບຮົມທິດສະດີ
    ການເມືອງແນວຄິດໃນກອງທັບປະຊາຊົນລາວ, ສຳລັບພາກການທະຫານຈະໄດ້ອົບຮົມຫັດແອບບັນດາບົດຮຽນຕ່າງໆດັ່ງນີ້: ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ເຄົາລົບ
    ຮູບແຖວເຄື່ອນທີ່ ແລະ  ປະກອບປືນພ້ອມດ້ວຍລົງສະໜາມຍິງລູກປືນແທ້.
     ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ສຳມະນາກອນອົບຮົມຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ
  ໃຫ້ສູງເຮັດໃຫ້ການອົບຮົມຫັດແອບມີຄຸນນະພາບຮັບປະກັນໄດ້ຄວາມປອດໄພ 100%.