ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຫົວໜ້າການເມືອງຫກອງບັນຊາການທະຫານແຂວງບໍ່ແກ້ວ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 23 ທັນວາ 2019 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າ ການເມືອງ ກອງບັນຊາການທະຫານ ແຂວງ
ບໍ່ແກ້ວ ຜູ້ໃໝ່ປ່ຽນແທນຜູ້ເກົ່າທີ່ໄດ້ພັກການກຽມຮັບເບ້ຍບຳນານ ແລະ ບາງຕຳແໜ່ງງານຈຳນວນໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງ
ລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີ ສະຫາຍ ພັນເອກ ບຸນປັນ ຂຸນພູມີ
ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບ, ສະຫາຍ ຄຳກິ່ງ ເອື່ອຍມະນີຮັກ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ,
ແຂກຖືກເຊີນຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນເອກ ບຸນປັນ ຂຸນພູມີ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານ ພັກການເພື່ອລໍຖ້າເຂົ້າຮັບເບ້ຍບຳນານ
ສະບັບເລກທີ 3711/ກປທ, ນະຄອນຫຼວງວຽງຈັນ ລົງວັນທີ 5/9/2019 ເຊິ່ງໃນນີ້ໄດ້ຕົກລົງອະນຸຍາດໃຫ້ ສະຫາຍ ພົນຈັດຕະວາ ມະລີສານ ແສງ ຈັນທາ ຫົວໜ້າ ການ
ເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ ພັກການເພື່ອກະກຽມຮັບເບ້ຍບຳນານ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ການເມືອງກອງບັນຊາການທະຫານ
ແຂວງບໍ່ແກ້ວ ຜູ້ໃໝ່ ໂດຍອີງຕາມກົດໝາຍກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018, ມາດ ຕາ 26, ອີງຕາມໜັງສືສະເໜີຂອງ ຄະ
ນະຈັດຕັ້ງສູນກາງພັກ ສະບັບເລກທີ 278/ຄຈສພ, ລົງວັນທີ 06 ພະ ຈິກ 2019, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳ
ລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດ ຕົກລົງ
ແຕ່ງຕັ້ງ ສະຫາຍ ພັນໂທ ບຸນມີ ພາມີໄຊ ເປັນ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງ ບໍ່ແກ້ວ ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຊັບຊ້ອນ, ຕໍາແໜ່ງງານ ຂັ້ນກອງ
ບັນຊາການທະຫານ ແຂວງບໍ່ແກ້ວ ຄື: ສະຫາຍ ພັນໂທ ທອງໄຂ ສີຍາລາດ ເປັນຮອງຫົວໜ້າ ການເມືອງກອງບັນຊາການທະຫານແຂວງ ທັງເປັນ ຫົວໜ້າ ຫ້ອງການເມືອງ,
ສະຫາຍ ພັນໂທ ຈຸລາຍ ຈຸລະຈິດ ເປັນ ຫົວໜ້າ ຫ້ອງເຕັກນິກ, ສະຫາຍ ພັນໂທ ສົມຫຼ້າ ວໍລະເດດ ເປັນ ຮອງຫົວໜ້າ ຫ້ອງການເມືອງ, ສະຫາຍ ພັນໂທ ຄຳໄພ ທິບບົວວັນ
ເປັນ ຮອງຫົວໜ້າ ຫ້ອງເຕັກນິກ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ການປະກາດການ
ປັບປຸງການຈັດຕັ້ງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນການມອບໝາຍໜ້າທີ່ອັນສຳຄັນຂອງຄະນະນຳ ກະຊວງປ້ອງກັນປະເທດ ທີ່
ໃຫ້ຄວາມໄວ້ເນື້ອເຊື່ອໃຈ ດັ່ງນັ້ນຈົ່ງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງນຳພາ-ແນວຄິດ, ທີ່ຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍການເພີ່ມທະວີບົດ
ບາດຂອງຕົນຢ່າງຕັ້ງໜ້າ ແລະ ເປັນແບບຢ່າງທີ່ດີຊີ້ນໍາ-ນໍາພາສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໃນກົມກອງໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເພື່ອສືບຕໍ່ພັດທະນາກົມກອງ
ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.