
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 497

  
     ໃນວັນທີ 21 ຕຸລາ 2021ນີ້,   ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ພ້ອມຄະນະ   ໄດ້ລົງເຄື່ອນໄຫວເຂົ້າຮ່ວມກອງປະ
    ຊຸມກວດກາ   ພາຫະນະເຕັກນິກອາວຸດ-ຍຸດໂທປະກອນ ຢູ່ກອງພັນໃຫຍ່ 497   ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຄຳສຸກ ໄຊມວນສິນ   ຫົວໜ້າ
  ການທະຫານກອງພັນໃຫຍ່ 497 ມີບັນດາສະຫາຍ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງ   ແລະ ພະນັກງານວິຊາສະເພາະ ວິຊາການ ເຂົ້າຮ່ວມ.
     ສະຫາຍ ພັນໂທ ບົວລີ ກໍອຸເທນ ຫົວໜ້າພະແນກເຕັກນິກ   ໄດ້ຂື້ນລາຍງານບົດສະຫຼຸບການກວດກາ ອາວຸດ-ຍຸດໂທປະກອນ ທົ່ວກອງພັນໃຫຍ່ 497
    ໂດຍຫຍໍ້, ພ້ອມທັງຍົກໃຫ້ເຫັນວຽກງານຄຸ້ມຄອງພາຫະນະເຕັກນິກ,   ການກວດກາ, ການມ້ຽນມັດ, ບົວລະບັດຜັດເຊັດ, ການສ້ອມແປ້ງ ແລະ   ການປົກປັກ
    ຮັກສາບັນດາອາວຸດ-ກະສູນ   ເພື່ອໃຫ້ມີຄວາມຮັບປະກັນຢູ່ໃນທ່າກຽມພ້ອມສູ້ຮົບໄດ້ຕະຫຼອດເວລາ.
     ພ້ອມນີ້,   ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງສ້າງສັນ   ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ຕາມທິດນຳ
    ຂອງກະຊວງປ້ອງກັນປະເທດ   ກໍ່ຄືວຽກງານຮັບປະກັນພາຫະເຕັກນິກອາວຸດ - ຍຸດໂທປະກອນ ຢູ່ກອງພັນໃຫຍ່ 497   ເພື່ອພ້ອມກັນປັບປຸງແກ້ໄຂ ໃນຕໍ່ໜ້າ
  ໃຫ້ດີຂື້ນກວ່າເກົ່າ.
     ຈາກນັ້ນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ   ພ້ອມຄະນະກໍ່ໄດ້ລົງກວດກາເບິິ່ງຕົວຈິງ ກ່ຽວກັບພາຫະນະເຕັກນິກ   ອາວຸດ-ຍຸດໂທປະກອນ ຢູ່ບັນດາ
    ກອງພັນນ້ອຍ ກອງພັນໃຫຍ່ 497 ຕື່ມອີກ. ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ   ຍັງໄດ້ສະເໜີຈຸດປະສົງໃນການລົງເຄື່ອນໄຫວກວດກາພາຫະນະ
  ເຕັກນິກ   ອາວຸດ-ຍຸດໂທປະກອນໃນຄັ້ງນີ້, ແມ່ນເພື່ອເປັນການຍົກສູງຄວາມຮູ້-ຄວາມສາມາດ   ໃຫ້ແກ່ພະນັກງານ ວິຊາສະເພາະເຕັກນິກ ຢູ່ກອງພັນໃຫຍ່
  497   ໃຫ້ໄດ້ກຳແໜ້ນຫຼັກການພື້ນຖານເຕັກນິກ, ການວັດແທກ ແລະ   ການນຳໃຊ້ໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ   ພ້ອມກັນປົກປັກຮັກສາ, ຈັດ
  ມ້ຽນໃຫ້ຖືກຕ້ອງຕາມຫຼັກການ,   ສາມາດຕອບສະໜອງເຂົ້າໃນການຝຶກແອບຮໍ່າຮຽນ, ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ່ວ   ແລະ ຮັບປະກັນນຳໃຊ້ກຽມ
  ພ້ອມສູ້ຮົບໃນທຸກກໍ່ລະນີ   ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 25/10/2021