ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ໂອ້​ລົມ​ພະນັກງານ​ຫຼັກ​ແຫ່ງ​ທະຫານ​ແຂວງ​ຫຼວງ​ພະ​ບາງ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ
ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງ ຫຼວງພະບາງ

     ໃນວັນທີ 20 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະ
ມົນຕີກະຊວງ ປ້ອງກັນປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງ ຫຼວງພະບາງ ໂດຍມີສະຫາຍ ພັນເອກ ແປ້ນຄໍາ ບຸດ
ຈັນແພງ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງ ຫຼວງພະບາງ, ມີ ຄະນະພັກ-ຄະນະບັນຊາການ, ອົງການ
5 ຫ້ອງ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ ຮັບຟັງ.

     ໃນໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາ ຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ກໍໄດ້ຂຶ້ນຜ່ານບົດ
ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ ວຽກງານ ໃນ 6 ເດືອນຕົ້ນປີ 2021 ໂດຍປິ່ນອ້ອມ 4 ແຜນງານ 26 ໂຄງການທີ່ຄະນະພັກ ກະຊວງປ້ອງກັນ
ປະເທດ ວາງອອກ ໂດຍສະເພາະແມ່ນຂົງເຂດ ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານ
ພະລາທິການ-ເຕັກນິກ ແລະ ວຽກງານພົວພັນການຕ່າງປະເທດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ຫຼາຍດ້ານທີ່ຕັ້ງໜ້າ ແລະ ພ້ອມທັງກໍານົດທິດທາງສູ້ຊົນ 6
ເດືອນທ້າຍປີ 2021 ໃຫ້ ສະຫາຍຮອງນາຍົກລັດຖະມົນຕີ ໄດ້ ຮັບຊາບໂດຍຫຍໍ້.

     ໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງ
ຍໍຊົມເຊີຍຜົນງານ ແລະ ໄຊຊະນະທີ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບກອງບັນຊາການທະ ຫານແຂວງ ພ້ອມກັນຍາດມາໄດ້ ໃນໄລຍະຜ່ານ
ມາ. ພ້ອມທັງຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາຍົກສູງຄວາມເປັນເອກະພາບ ການນໍາພາຂອງພັກ ຕໍ່ສະພາບການປ່ຽນແປງໃໝ່ຂອງໂລກ ທີ່ພວມຜັນ
ແປໄປຢ່າງສັບສົນ, ມີທັງສິ່ງທີ່ເອື້ອອໍານວຍ, ທ້າທາຍ ທົດສອບ, ທາງກົງ ແລະ ທາງອ້ອມ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ ປັບປຸງກໍ່ສ້າງກໍາລັງປະກອບອາ
ວຸດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ສ້າງກອງທັບ ໃຫ້ມີລະບຽບແບບແຜນ ແລະ ກ້າວຂຶ້ນທັນສະໄໝ, ເອົາໃຈ
ໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເປັນແຜນງານ, ຂະບວນການ ແລະ ວຽກງານຕົວຈິງ
ໂດຍສະເພາະແມ່ນຮັບປະກັນ ໃຫ້ມີຄວາມສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ດ້ວຍ
ການສືບຕໍ່ຫັນລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອ ເພື່ອກຳແໜ້ນສະພາບກຸ່ມຄົນບໍ່ຫວັງດີ ແລະ ມີມາດຕະການແກ້ໄຂຢ່າງເດັດຂາດ, ໂດຍເອົາ
ການເມືອງ ແນວຄິດເປັນກົກ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ເອົາເສດຖະກິດເປັນໃຈກາງ, ການທະຫານ ເປັນພື້ນຖານສໍາຄັນກ່ວາໝູ່ ແລະ ເອົາ
ວຽກງານພັກ, ວຽກງານພະນັກງານ ເປັນບັນຫາຕັດສິນຊີ້ຂາດ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາ ລັງດ້ວຍການເຊື່ອມຊຶມກໍາແໜ້ນ ດ້ານກົດໝາຍນາຍທະຫານ,
ກົດໝາຍວ່າດ້ວຍການປ້ອງກັນຊາດ, ປະຕິບັດ 3 ໜ້າທີ່ 4 ການພົວພັນ ແລະ ປະຕິບັດ 7 ລະບອບ 18 ວຽກໃຫ້ເປັນປົກກະຕິ, ແກ້ໄຂຂອດກົນໄກລະ
ບຽບການ ນະໂຍບາຍຕ່າງໆຕໍ່ນາຍ ແລະ ພົນທະຫານ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ປົກປັກຮັກສາ ແລະ ຄຸ້ມຄອງພາຫະນະ, ອາວຸດຍຸດໂທ
ປະກອນ ຂອງກອງທັບບໍ່ໃຫ້ຕົກເຮ່ຍເສຍຫາຍ, ຕິດພັນກັບການເຝິກແອບຮໍ່າຮຽນການເມືອງ, ການທະຫານ, ພະລາທິການ-ເຕັກນິກໃຫ້ເປັນຂະບວນຟົດ
ຟື້ນຕໍ່ເນື່ອງ, ໄປພ້ອມໆກັບການສຶກສາວຽກງານປ້ອງກັນຊາດທົ່ວປວງຊົນຮອບດ້ານ, ພ້ອມກັນນີ້ຕ້ອງກໍ່ ສ້າງພະນັກງານສືບທອດ 3 ຮຸ່ນ ແລະ ພະນັກງານ
ຊົນເຜົ່າ ໃຫ້ມີຄຸນນະພາບ, ສືບຕໍ່ສ້າງກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ ເພື່ອຕີລາຄາມາດຖານ ຂອງພະນັກງານການ
ນໍາພາໃນການກໍ່ສ້າງກໍາລັງ, ຍົກສູງນໍ້າໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ເຮັດວຽກງານພົວພັນການຕ່າງປະເທດ
ຕາມແນວທາງຍຶດໝັ້ນ ແລະ ເປີດກວ້າງແຕ່ມີການເລືອກເຟັ້ນການພົວພັນຮ່ວມມືເພື່ອນມິດຍຸດທະສາດສັງຄົມນິຍົມ, ຍົກສູງຄວາມຮັບຜິດຊອບທາງ
ດ້ານການເມືອງ, ພ້ອມກັນນີ້ ກໍ່ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ ແລະ ຄວາມຮູ້,
ຄວາມສາມາດ. ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນ ໝູ່ຄະນະ,
ແບ່ງໃຫ້ບຸກຄົນຮັບຜິດຊອບ, ເພື່ອປັບປຸງວິທີເຮັດວຽກ ໃຫ້ມີແບບແຜນທັນສະໄໝກ້າວ ຂຶ້ນຕາມຍຸກສະໄໝເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/08/2021