
ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ- 19 ເພີ່ມ 14 ກໍລະນີ

     ໃນວັນທີ 25 ມີຖຸນາ ປີ 2021 ທ່ານ   ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່   ຈະມາຖະແຫຼງຂ່າວມື້ນີ້ ກ່ຽວກັບ
    ສະພາບໂຄວິດ-19 ໃນ ສປປ ລາວ, ໃນໂລກ ແລະ ຂໍ້ແນະນຳ,   ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ   ແກ້ໄຂການລະບາດ
  ຂອງພະຍາດ COVID-19 ໄດ້ລາຍວ່າ: ໃນວັນທີ 24 ມິຖຸນາ 2021   ໄດ້ກວດວິເຄາະຫາເຊື້ອທັງໝົດ 1,159 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ
  14   ຄົນ, ຈາກນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຈຳປາສັກ 8 ຄົນ   ເຊ່ິ່ງທັງໝົດ ແມ່ນເປັນກໍລະນີນຳເຂົ້າ.  ສຳລັບ ແຂວງສະຫວັນນະເຂດ
  3 ຄົນ ແລະ   ແຂວງຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ   ໂດຍຖືກຕ້ອງຕາມກົດໝາຍ.
     ສ່ວນ ນະຄອນຫຼວງວຽງຈັນ 3 ຄົນ ແມ່ນເປັນກໍລະນີນຳເຂົ້າ   ຈາກຕ່າງປະເທດ, ປະຈຸບັນມີຜູ້ປີ່ນປົວຫາຍດີທັງໝົດ 1,968 ຄົນ ແລະ   ຍັງສືບຕໍ່ປິ່ນປົວ
    123 ຄົນ.   + ລາຍລະອຽດ ກ່ຽວກັບ 3 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ,   ມີດັ່ງຕໍ່ໄປນີ້:  - ຄົນທີ 1:   ເພດຍິງ, ອາຍຸ: 35 ປີ, ສັນຊາດ ໂຄລຳ
  ເບຍ, ອາຊີບ: ພະນັກງານບໍລິສັດ,   ຜູ້ກ່ຽວມີອາການ ໄອ, ເຈັບຫົວ, ເມື່ອຍ ແລະ ປວດຕາມຕົນໂຕ,   ເດີນທາງມາຈາກປະເທດການາດາ ຜ່ານ ສະໜາມບິນ
  ກົວລາລຳເປີ, ປະເທດມາເລເຊຍ ມາ   ສະໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ   21B) ໃນວັນທີ 24
  ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ   ຜົນກວດພົບເຊື້ອ.  - ຄົນທີ 2:  ເພດຊາຍ, ອາຍຸ: 28 ປີ, ສັນຊາດລາວ, ຮຽນຈົບຈາກ
  ສ ຣັດເຊຍ,   ຜູ້ກ່ຽວບໍ່ມີອາການຫຍັງ, ເດີນທາງມາຈາກ ສ ຣັດເຊຍ ຜ່ານ ສະໜາມບິນກົວລາລຳເປີ,   ປະເທດມາເລເຊຍ ມາ ສະໜາມບິນ ສາກົນ ວັດໄຕ
  ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ 9A)   ໃນວັນທີ 24 ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ
  ຜົນກວດພົບເຊື້ອ.  - ຄົນທີ 3:   ເພດຊາຍ, ອາຍຸ: 28 ປີ, ສັນຊາດລາວ, ຮຽນຈົບຈາກ ສ ຣັດເຊຍ,   ຜູ້ກ່ຽວບໍ່ມີອາການຫຍັງ, ເດີນທາງມາຈາກ ສ ຣັດເຊຍ
  ຜ່ານ ສະໜາມບິນກົວລາລຳເປີ,   ປະເທດມາເລເຊຍ ມາ ສະ  ໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນ້ຳເບີ
  43J)   ໃນວັນທີ 24 ມິຖຸນາ 2021, ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ   ຜົນກວດພົບເຊື້ອ.  -	ໃນຖ້ຽວບິນນີ້ ມີຜູ້ໂດຍສານທັງໝົດ 113
  ຄົນ, ໃນນັ້ນ   ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຈຳນວນ 32 ຄົນ, ເຊິ່ງທັງໝົດໄດ້ເກັບຕົວຢ່າງ   ແລະ ເຂົ້າໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ຄະນະສະເພາະກິດ
  ກຳນົດໄວ້.  (ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 13 ບ້ານ ໃນ 04 ເມືອງ ແລະ    ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 1 ບ້ານ
  ຄື: ບ້ານນາສ້າງໄພ, ເມືອງໄຊເສດຖາ).
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 25/06/2021