ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກົມ 213


ສະຫາຍ ພົນຕີ ທອງວັນ ຈັນທະວົງ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມຫົວໜ້າກົມ 213 ​ເປັນປະທານ

     ກອງປະຊຸມວຽກງານຈັດຕັ້ງຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ທອງວັນ ຈັນທະວົງ
ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ ອົງການກົມ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ຄະ
ນະໜ່ວຍພັກຫ້ອງ, ສູນ, ກອງພັນ, ໂຮງຮຽນ, ພະນັກງານສະມາຊິກ ແລະ ແຂກທີຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຕຽນ ໄຊຍໍາວົງທັນ ຮອງເລຂາຄະນະພັກອົງການກົມ, ຮອງຫົວໜ້າ ກົມ 213 ໄດ້ສະຫຼຸບຕີລາຄາຄືນ ວຽກງານຈັດຕັ້ງ, ກໍ່ສ້າງ
ພັກ-ພະນັກງານ ທົ່ວກົມ 213 ໃນໄລຍະ 5 ປີ ( 2017-2021 ) ແລະ ຜ່ານທິດທາງແຜນການ 5 ປີ ( 2022-2026 ) ເຊິ່ງຍົກໃຫ້ເຫັນດ້ານດີ, ຈຸດອ່ອນ
ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຈົນເຖິງການກໍານົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ ແລະ ວິທີການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່
ສ້າງພັກ-ພະນັກງານ ໃນຊຸມປີຕໍ່ໜ້າ ເຊິ່ງຄະນະພັກອົງການກົມ 213 ໄດ້ເອົາໃຈໃສ່, ໃຫ້ຄວາມສຳຄັນ ແລະ ຖືວຽກງານດັ່ງກ່າວເປັນວຽກງານຍຸດທະສາດ
ແຖວໜ້າ ເພື່ອໃຫ້ຖັນແຖວສະມາຊິກພັກ ໄດ້ຮັບຮູ້ເຊື່ອມຊຶມກໍາແໜ້ນ ຕໍ່ແນວທາງແຜນນະໂຍບາຍຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ກຳໄດ້ທິດສະ
ດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ທາດແທ້ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ; ປັບປຸງພື້ນຖານໂຄງລ່າງ, ໂຄງການຫຼັກສູດການຮຽນ-
ການສອນສືບຂ່າວເຕັກນິກ, ການທະຫານ, ເຫຼົ່າຮົບວິຊາສະເພາະແຕ່ລະຂັ້ນໃຫ້ນັບມື້ເຂົ້າສູ່ລະບົບ, ເຮັດໃຫ້ຖັນແຖວພະນັກງານ, ຄູ-ອາຈານ, ນັກຮຽນຢູ່ບັນ
ດາໂຮງຮຽນທີ່ຂຶ້ນກັບກົມມີຄຸນນະພາບ; ສົມທົບການໄປຄົ້ນຄວ້າທັດສະນະສຶກສາ, ຖອດຖອນບົດຮຽນຢູ່ບັນດາປະເທດອ້າຍນ້ອງ ເພື່ອນມິດຍຸດທະສາດ;
ຜ່ານຈາກການຊີ້ນໍາ-ນໍາພາ ຂອງຄະນະພັກ ແຕ່ລະຂັ້ນສາມາດຢັ້ງຢືນ ໄດ້ວ່າ ຄຸນທາດການເມືອງຂອງຖັນແຖວສະມາຊິກພັກ ໃນທົ່ວກົມ 213 ມີຄວາມ
ໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກຕໍ່ປະເທດຊາດ, ເປັນແບບຢ່າງນຳໜ້າ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃຈເສຍ
ສະຫຼະເພື່ອຜົນປະໂຫຍດລວມຂອງຊາດ, ເປັນກໍາລັງຫຼັກແຫຼ່ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ. ຄຽງ
ຄູ່ກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ເຊິ່ງເປັນມາດຕະຖານເພື່ອປະເມີນຄຸນນະພາບໃນການຊີ້ນຳນຳພາຂອງຄະນະພັກເເຕ່ລະ
ຂັ້ນຕິດພັນກັບການສ້າງກອງ 3 ປອດ, ກອງວັດທະນາທຳ-ນັກຮົບວັດທະນາທຳ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາໄດ້ ຮັບການຢັ້ງຢືນເປັນໜ່ວຍ
ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ປະເພດເເຂງໄດ້ 47 ໜ່ວຍພັກ, ສະມາຊິກພັກເເຂງ ກວມເອົາ 90,63%, ກາງ 2,10%, ພະງານໄດ້ຮັບ
ການຍ້ອງຍໍຂັ້ນຕ່າງໆຄື: ໄດ້ຫຼຽນໄຊ ອິດສະຫຼະຊັ້ນ II ຈໍານວນ 1 ສະຫາຍ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 6 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ II
ຈຳນວນ 52 ສະຫາຍ, ຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 281 ສະຫາຍ, ຫຼຽນໄຊເເຮງງານ  ຊັ້ນ II ຈຳນວນ 63 ສະຫາຍ, ຫຼຽນໄຊເເຮງງານຊັ້ນ III
ຈຳນວນ 182 ສະຫາຍ, ຫຼຽນກາເເຮງງານ 666 ສະຫາຍ, ໃບຍ້ອງຍໍລັດຖະບານ 194 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 297 ສະຫາຍ, ໃບ
ຍ້ອງຍໍກົມໃຫຍ່ການເມືອງກອງທັບ 112 ສະຫາຍ, ໃບຍ້ອງຍໍກົມ 213 ຈຳນວນ 390 ສະຫາຍ ແລະ ໃບຍ້ອງຍໍ ຫ້ອງການເມືອງກົມ 572 ສະຫາຍ.
ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານມະຕິກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວກອງທັບ ຄັ້ງທີ VI ແລະ ຜ່ານບົດໂອ້ລົມຂອງ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກລັດຖະມົນ ຕີກະຊວງປ້ອງກັນປະເທດ ຕໍ່ກອງປະ
ຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VI, ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄວາມເຫັນ, ບົດຮຽນປະສົມປະສານ
ໃນການຊີ້ນຳ-ນຳພາ ຂອງຜູ້ຕາງໜ້າຄະນະພັກຮາກຖານ, ຫ້ອງການຕໍ່ກັບການປັບປຸງກໍ່ສ້າງພັກ-ພະນັກງານ ຢູ່ໃນກົມ 213 ຕໍ່ກອງປະຊຸມຕື່ມອີກ.

     ໂອກາດນີ້, ສະຫາຍ ພົນຕີ ທອງວັນ ຈັນທະວົງ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ ແລະ ຜູ້
ແທນກອງປະຊຸມ, ຈົ່ງຮີບຮ້ອນນໍາເອົາບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້, ໄປຈັດຕັ້ງເຜີຍແຜ່ໃຫ້ຄະນະພັກ, ພະນັກງານຜູ້ເຮັດວຽກງານຈັດຕັ້ງພັກ-ພະນັກ
ງານຕະຫຼອດຮອດພະນັກງານ-ສະມາຊິກພັກ ພາຍໃນອົງການ ແລະ ກົມກອງ ຂອງຕົນ ໄດ້ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ, ບົນຈິດໃຈບຸກທະລຸຕັ້ງໜ້າເຮັດໃຫ້
ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ນັບມື້ມີບົດບາດ, ປະກອບສ່ວນ ອັນສໍາຄັນເຂົ້າໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງໃຫ້ປອດໃສ ເຂັ້ມແຂງ
ໜັກແໜ້ນ ມີລະບຽບແບບແຜນ ແລະ ທັນສະໄໝ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/05/2022