ພົນຕີ ຄຳລຽງ ອຸທະໄກສອນ ພົບປະໂອ້ລົມ ພະນັກງານ ກົມໃຫ່ຍເສນາທິການກອງທັບ
ວັນທີ 18 ເມສາ 2022 ນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມພະນັກງານຫຼັກແຫ່ຼງຫ້ອງການກົມໃຫຍ່ເສນາທິການ ເນື່ອງໃນໂອກາດທີ່ໄດ້ຮັບຕຳແໜ່ງເປັນຫົວໜ້າກົມໃຫຍ່
ເສນາທິການກອງທັບ.
ສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່ ໄດ້ລາຍງານ ສະພາບໂດຍຫຍໍ້ໃນການຈັດຕັ້ງປະຕິບັດໜ້າທີ່ວິຊາ
ສະເພາະໃນການນຳພາ-ຊີ້ນຳໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມ
ກອງໄດ້ຮັບຮູ້ ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດລະບຽບວິໄນຂອງກອງທັບ ໂດຍສະເພາະ 7 ລະບອບ 18 ວຽກຂອງກອງທັບ ວາງ
ອອກໄດ້ເປັນຢ່າງດີ, ນອກນີ້ຍັງໄດ້ສຸມໃສ່ວຽກງານແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ພາຍໃນກົມກອງໃຫ້ດີຂຶ້ນເທື່ອລະກ້າວ.
ໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານດ້ານ
ຕ່າງໆທີ່ຄະນະພັກ-ຄະນະຫ້ອງການຕະຫຼອດ ຮອດພະນັກງານ-ນັກຮົບ ຍາດມາໄດ້ໃນໄລຍະທີ່ຜ່ານມາ ເຊິ່ງບັນດາວຽກງານທີ່ຈັດຕັ້ງປະຕິບັດ ແມ່ນບັນລຸ
ໝາກຜົນໄດ້ຕາມລະດັບຄາດໝາຍ, ມີຫຼາຍດ້ານມີລັກສະນະພົ້ນເດັ່ນ ເປັນຕົ້ນວຽກງານວິຊາສະເພາະຄຸ້ມຄອງເອກະສານ ແລະ ວຽກງານປິ່ນອ້ອມອື່ນໆ
ນອກນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຂອງກອງທັບ, ຈັດຕັ້ງປະຕິບັດກົດລະບຽບແບບ
ແຜນຂອງກອງທັບຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບພາຍໃນກົມກອງປະກອບສ່ວນສ້າງຜົນງານ
ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ, ສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານຮຸ່ນສືບທອດ
ຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີແບບແຜນວິທີເຮັດວຽກທີ່ມີຫຼັກການວິທະຍາສາດ,
ກຳແໜ້ນແນວທາງນະໂຍນາຍຂອງພັກ-ລັດ ແລະ ຂອງກອງທັບ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້, ຖືເອົາມະຫາຊົນເປັນ
ກຳລັງແຮງລວມ ຂອງກົມກອງ, ເດັດດ່ຽວເຊື່ອໝັ້ນຕໍ່ການນຳພາຂອງພັກ, ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມ, ດຸໝັ່ນ, ຊື່ສັດ, ປະຢັດ,
ປອດໃສຂາວສະອາດ, ສຸພາບຮຽບຮ້ອຍ, ເຮັດແທ້ທຳຈິງ, ບຸກບືນຮໍ່າຮຽນພັດທະນາຕົນເອງ, ມີຫຼັກໝັ້ນຊົນຊັ້ນ, ມີອຸດົມການຮູ້ຈຳແນກມິດ-ສັດຕູຢ່າງ
ຈະແຈ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/04/2022