
ທ່ານ ສີສະຫວາດ ແກ້ວບຸນພັນ  ເນັ້ນໃຫ້ຄະນະນຳແຂວງໄຊຍະບູລີ
  ເອົາໃຈໃສ່ຕໍ່ວຽກງານ  ປກຊ-ປກສ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

    ທ່ານ ສີສະຫວາດ ແກ້ວບຸນພັນ ຢ້ຽມຢາມແຂວງໄຊຍະບູລີ
     ໃນລະຫວ່າງວັນທີ 22-23 ເມສາ  2019 ນີ້, ທ່ານ ສີສະຫວາດ ແກ້ວບຸນພັນ  ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ຢ້ຽມຢາມແຂວງໄຊຍະບູລີ, ໂດຍໃຫ້
    ກຽດຕ້ອນຮັບຂອງ  ທ່ານ  ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳທຸກຂັ້ນຂອງແຂວງຕ້ອນຮັບຢ່າງອົບອຸ່ນ.
     ໃນໂອກາດ ທ່ານ ສີສະຫວາດ ແກ້ວບຸນພັນ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານສະພາບພົ້ນເດັ່ນໃນການ
    ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 1 ປີຜ່ານມາ ແລະ ວຽກຈຸດສຸມສໍາລັບປີ 2019. ປີ 2018 ຜ່ານມານີ້, ເສດຖະກິດຂອງແຂວງສືບຕໍ່ຂະ
    ຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24,096 ລ້ານກີບ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນ
    ໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 3,3% ກວມ 30,4% ຂອງ (GDP); ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິ
    ການເພີ່ມຂຶ້ນ 6,7% ກວມ 39,6% ຂອງ (GDP), ດ້ານລາຍຮັບເຂົ້າງົບປະມານລວມທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ 863,30 ຕື້ກີບ, ເທົ່າກັບ 99,84%,
    ໃນນີ້ພູດທ້ອງຖິ່ນປະຕິບັດໄດ້ 236,74 ຕື້ກີບ ເທົ່າກັບ 88,92% (ບໍ່ສາມາດບັນລຸແຜນການ), ແຕ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຂະແໜງການກ່ຽວຂ້ອງກໍໄດ້
    ມີຄວາມພະຍາຍາມເອົາໃຈໃສ່ທຽບໃສ່ຕົວເລກປະຕິບັດ ຜ່ານມາສາມາດປະຕິບັດໄດ້ລື່ນ 6,02%; ສໍາລັບລາຍຮັບປີ 2019 ຮອດປັດຈຸບັນປະຕິບັດໄດ້ 235,48 ຕື້ກີບ,
    ເທົ່າກັບ 24,49%,ໃນນີ້ພູດສູນກາງປະຕິບັດໄດ້ 185,60 ຕື້ກິບ ເທົ່າກັບ 26,19%, ພູດທ້ອງຖິ່ນປະຕິບັດໄດ້ 49,88 ຕື້ກີບ ເທົ່າກັບ 19,70%, ປະຕິບັດລາຍຈ່າຍໄດ້
    51,93 ຕື້ກີບ, ເທົ່າກັບ 9,47% ຂອງແຜນການປີ.
     ຕໍ່ກັບຜົນສຳເລັດດັ່ງກ່າວ, ທ່ານ ສີສະຫວາດ  ແກ້ວບຸນພັນ ໄດ້ຍ້ອງຍໍຊົມເຊີຍຕໍ່ແຂວງໄຊຍະບູລີ ແລະ  ໄດ້ເນັ້ນໜັກໃຫ້ຄະນະນຳຂອງແຂວງທຸກຂັ້ນຈົ່ງເອົາໃຈໃສ່ຕໍ່
  ວຽກງານ ປກຊ-ປກສ  ລົງສູ່ຮາກຖານປະຊາຊົນ, ເພື່ອເຜີຍແຜ່ວຽກງານດັ່ງກ່າວໃຫ້ປະຊາຊົນໃຫ້ເຂົ້າໃຈ ແລະ  ເຫັນໄດ້ຄວາມສໍາຄັນຂອງວຽກງານ ປກຊ-ປກສ, ພ້ອມກັນ
  ເປັນຫູເປັນຕາປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາປັ່ນປ່ວນໄດ້, ເພື່ອຮັກສາໄດ້ຄວາມສາມັກຄີໃຫ້ເປັນນໍ້າໜຶ່ງໃຈດຽວ, ພ້ອມນັ້ນກໍເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ,
  ເຂັ້ມແຂງ, ໜັກແໜ້ນ ເພື່ອຊີ້ນຳ-ນຳພາວຽກງານສ້າງເສດຖະກິດ-ສັງຄົມຂອງແຂວງໃຫ້ເຂັ້ມແຂງດ້ວຍການສົ່ງເສີມປະຊາຊົນບັນດາເຜົ່າເຮັດການຜະລິດເປັນສິນຄ້າສົ່ງ
  ອອກຕ່າງປະເທດໃຫ້ຫຼາຍ, ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີຂຶ້ນເລື້ອຍໆ, ຕອນທ້າຍທ່ານຍັງເນັ້ນຕື່ມວ່າ: ຄະນະນຳແຂວງສຸມໃສ່ວຽກງານການກະ
  ກຽມດໍາເນີນກອງປະຊຸມ 3 ຂັ້ນໃຫ້ໄດ້ຮັບຜົນສໍາເລັດ, ເລືອກໃຫ້ໄດ້ບຸກຄະລາກອນທີ່ດີ, ມີຄວາມຮູ້ ແລະ  ປະສົບການເພື່ອປະກອບເຂົ້າໃນວຽກງານນຳພາຢູ່ແຕ່ລະຂົງເຂດ
  ວຽກງານ, ຈາກນັ້ນ  ທ່ານເຈົ້າແຂວງໄດ້ນໍາພາຄະນະຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ໄປຢ້ຽມຊົມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແລະ  ຈັດພິທີບາ
  ສີສູ່ຂວັນໃຫ້ທ່ານ ແລະ  ຄະນະຕື່ມອີກ.