ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ IV
ສະຫາຍພົນໂທທອງລອຍສິລິວົງກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວກອງທັບ ຄັ້ງທີ VI ຈັດຂຶ້ນ ໃນວັນ ທີ 24 ມີນາ 2022 ນີ້, ໂດຍການເປັນປະທານຂອງ ສະ
ຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກຳມະການ
ຄະນະປະຈໍາພັກ-ຄະນະພັກກະຊວງປ້ອງກັນປະເທດ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກບັນດາອົງການ, ກົມ
ກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈໍາພັກ, ປະທານກວດກາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ໄດ້ຕີລາຄາສະພາບການຈັດຕັ້ງ ປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບໃນໄລຍະ 5 ປີຜ່ານມາ, ສໍາລັບວຽກງານກໍ່ສ້າງ
ພັກ: ຄະນະພັກແຕ່ລະຂັ້ນ ໄດ້ຖືສໍາຄັນວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ໂດຍໄດ້ເອົາໃຈໃສ່ສຶກສາ
ອົບຮົມການເມືອງ-ນໍາພາ ແນວຄິດ ໃຫ້ຖັນແຖວສະມາຊິກພັກ ໃນທົ່ວກອງທັບຢ່າງທົ່ວເຖິງ, ດ້ວຍການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ບັນດາແນວທາງນະໂຍ
ບາຍມະຕິ ຂອງພັກ, ຈັດຕັ້ງດໍາເນີນຊີວິດການເມືອງ ປົວແປງພາຍໃນພັກ, ປາຖະກະຖາ ໃນໂອກາດວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ,
ແຈ້ງສະພາບການພາຍໃນ ແລະ ຕ່າງປະເທດ ເປັນປົກກະຕິ, ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດ ສິນ
ທໍາປະຕິວັດ, ມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບ ຂອງພັກ, ກົດໝາຍ ຂອງລັດ, ລະບຽບ
ວິໄນ ຂອງກອງທັບ ຢ່າງເຂັ້ມງວດ, ໄດ້ເອົາໃຈໃສ່ ປັບປຸງການຈັດຕັ້ງພັກ ແຕ່ລະຂັ້ນເປັນລະບົບຕໍ່ເນື່ອງ, ເລືອກເຟັ້ນເອົາບຸກຄະລາກອນ ຜູ້ທີ່ມີມາດຖານ
ເງື່ອນໄຂ ເຂົ້າໃນໂຄງປະກອບການການຈັດຕັ້ງພັກ ແຕ່ລະຂັ້ນໃຫ້ມີຄວາມເຕີບໃຫຍ່ ຂະຫຍາຍຕົວ, ສາມາດເປັນແກນນໍາ ໃນທຸກຂົງເຂດວຽກງານ, ຊຸກ
ຍູ້ຢ່າງແຂງແຮງ ຂະບວນການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ໄປພ້ອມກັບການເຝິກອົບຮົມວຽກງານຈັດຕັ້ງພັກ, ເຝິກອົບຮົມກວດສອບ
ເລຂາ-ຮອງເລຂາຮາກຖານພັກ ໃນທົ່ວກອງທັບ ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດ ໃຫ້ພະນັກງານ ທີ່ເຮັດວຽກງານຈັດຕັ້ງພັກ ແລະ ຖັນແຖວເລຂາ-
ຮອງເລຂາ ຮາກຖານພັກທົ່ວກອງທັບ ມີຄວາມເປັນເອກະພາບສູງຕໍ່ວຽກງານກໍ່ສ້າງພັກ, ພ້ອມກັນເສີມຂະຫຍາຍບົດບາດການນໍາພາ ນັບມື້ສູງຂຶ້ນ, ໄດ້ເອົາ
ໃຈໃສ່ຊີ້ນໍາວຽກງານຂະຫຍາຍພັກ ຖືກຕ້ອງ ຕາມກົດລະບຽບຂອງພັກ ເຮັດໃຫ້ຈໍານວນສະມາຊິພັກ ນັບມື້ເພີ່ມຂຶ້ນ, ສະແດງອອກໃນປັດຈຸບັນ ທົ່ວກອງ
ທັບມີ 64 ຄະນະພັກ, 580 ຄະນະພັກຮາກຖານ, 3.040 ໜ່ວຍພັກ, ທຽບໃສ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V
ເພີ່ມຂຶ້ນ 5 ຄະນະພັກ, 111 ຄະນະພັກຮາກຖານ, 623 ໜ່ວຍພັກ, ມີສະມາຊິກພັກທັງໝົດ 67.008 ສະຫາຍ, ເພີ່ມຂຶ້ນ 17.136 ສະຫາຍ, ດ້ານຄຸນ
ນະພາບ ຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ໃນປີ 2021 ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງມີ 2.422
ໜ່ວຍພັກ, ກາງ 567 ໜ່ວຍພັກ ແລະ ປະເພດສະມາຊິກພັກແຂງ ກວມເອົາ 78,03%, ກາງກວມເອົາ 9,75%. ຂົງເຂດວຽກງານພະນັກງານ: ໄດ້ເອົາ
ໃຈໃສ່ປັບປຸງ ແລະ ສ້າງນິຕິກຳ ກ່ຽວກັບວຽກງານພະນັກງານ, ສ້າງ ແລະ ປະຕິບັດແຜນ ກຳນົດພະນັກງານ, ສຸມໃສ່ກໍ່ສ້າງ-ບໍາລຸງ ຍົກລະດັບທາງດ້ານການ
ທະຫານ, ທິດສະດີການເມືອງ, ວິຊາສະເພາະໃຫ້ພະນັກງານ ນັບມື້ສູງຂຶ້ນ, ໄດ້ຄຸ້ມຄອງພະນັກງານ ຕາມລະບຽບຫຼັກການ, ມີການແບ່ງຂັ້ນຄຸ້ມຄອງຢ່າງ
ເຂັ້ມງວດ, ໂດຍນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງ ເຮັດໃຫ້ຂໍ້ມູນເປັນລະບົບຊັດເຈນ, ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ, ແຕ່ງຕັ້ງ, ສັບຊ້ອນພະນັກ
ງານ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ການເມືອງກອງທັບ, ພ້ອມກັນນັ້ນ, ກໍໄດ້ປະຕິບັດນະໂຍບາຍ ດ້ານຕ່າງໆຕໍ່ພະນັກງານ ຖືກຕ້ອງ ຕາມແນວ
ທາງ-ແຜນນະໂຍບາຍ ຂອງພັກ ແລະ ປະຕິບັດວິໄນ ຕໍ່ນາຍທະຫານ ທີ່ກະທໍາຜິດຢ່າງບໍ່ສົມເຫດສົມຜົນ, ໂດຍສັງລວມແລ້ວການເຄື່ອນໄຫວວຽກງານ ພະ
ນັກງານ ໄດ້ປະຕິບັດຖືກຕ້ອງ ຕາມລະບຽບຫຼັກການ ເຮັດໃຫ້ ຈໍານວນ ແລະ ຄຸນນະພາບ ຂອງພະນັກງານເພີ່ມຂຶ້ນ, ຖັນແຖວພະນັກງານນໍາພາ-ບັນຊາ ແຕ່
ລະຂັ້ນ ໄດ້ເປັນຫຼັກແຫຼ່ງນໍາພາຈັດຕັ້ງ ປະຕິບັດແນວທາງນະໂຍບາຍ ຂອງ ພັກ-ລັດ ແລະ ໜ້າທີ່ການເມືອງຂອງກອງທັບ, ພະນັກງານ ສ່ວນຫຼາຍແມ່ນ ມີ
ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.
ໃນກອງປະຊຸມ, ຍັງໄດ້ຮັບຟັງ ບົດລາຍງານການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວອົງຄະນະພັກກະຊວງປ້ອງກັນປະເທດ ແລະ ທິດ
ທາງແຜນການ ໃນຕໍ່ໜ້າ, ຮັບຟັງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ ຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງ
ແຮງ ແລະ ເລິກເຊິ່ງ ໃນຂົງເຂດວຽກງານພະນັກງານ, ປະຕິບັດຕາມມະຕິກອງປະຊຸມວຽກງານຈັດຕັ້ງພັກ ທົ່ວປະເທດ ຄັ້ງທີ XI, ພ້ອມກັນນັ້ນ, ຍັງໄດ້ຮັບ
ຟັງການປະກອບ ຄໍາເຫັນບົດຮຽນ-ປະສົບການ ໃນການຊີ້ນໍາ-ນໍາພາ ຈາກບັນດາຄະນະພັກອົງການ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນຈໍາໜຶ່ງ. ກອງປະຊຸມ
ຈະດໍາເນີນໄປເປັນ ເວລາ 2 ວັນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/03/2022