ກອງປະຊຸມຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ
ລະຫວ່າງກົມຈັດຕັ້ງພັກກັບ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ກອງປະຊຸມຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກລະຫວ່າງ ກົມຈັດຕັ້ງພັກ ກັບ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ວັນທີ 24 ກຸມພາ 2022 ນີ້ຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດໃຫ້ມີກອງປະຊຸມຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນກ່ຽວ
ກັບວຽກງານກໍ່ສ້າງພັກ ລະຫວ່າງ ກົມຈັດຕັ້ງພັກ ກັບກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ແສງ
ມະນີວອນ ຄຳມະນີ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພັກ ມີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ພ້ອມ
ດ້ວຍຄະນະພັກ-ຄະນະບັນຊາ ແລະ ຄະນະພັກຮາກຖານພາຍໃນກົມເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມໄດ້ລາຍງານທີ່ຕັ້ງພາລະບົດບາດການເຄື່ອນໄຫວໜ້າທີ່ວຽກງານໂດຍຫຍໍ້ ແລະ ທີ່
ຕັ້ງພາລະບົດບາດຂອງ ຄະນະພັກຮາກຖານ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສະຫາຍ ພາຍໃຕ້ທິດຊີ້ນຳຂອງ ຄະນະພັກກະຊວງປ້ອງກັນປະ
ເທດ ໂດຍກົງ ເຊິ່ງປະກອບດ້ວຍ: ຄະນະກົມ 3 ສະຫາຍ ມີ 8 ໜ່ວຍພັກຂຶ້ນກັບມີສະມາຊິກພັກທັງໝົດ 183 ສະຫາຍ ເພດຍິງ 71 ສະຫາຍ ສະມາຊິກ
ພັກສົມບູນ 168 ສະຫາຍ ສຳຮອງ 16 ສະຫາຍ. ໃນຂົງເຂດວຽກງານຂະຫຍາຍພັກໄດ້ປະຕິບັດຕາມກົດລະບຽບຂອງພັກ ມອບໃຫ້ແຕ່ລະໜ່ວຍພັກຕິດ
ຕາມເປົ້າໝາຍເຂົ້າພັກ ຈາກນັ້ນໄດ້ເປີດກອງປະຊຸມຄົ້ນຄວ້າເປົ້າໝາຍຖືກຕ້ອງຕາມເງື່ອນໄຂ ໂດຍການເປີດອົບຮົມເຊື່ອມຊືມລະບຽບຂອງພັກ ແລະ ຕິດ
ຕາມເປັນເວລາ 1 ເມື່ອເຫັນວ່າມີຄວາມກ້າວໜ້າມີຄວາມຕັ້ງໃຈມີຄວາມຕື່ນຕົວ ຄະນະພັກຮາກຖານກົມ ຈຶ່ງໄດ້ຕົກລົງຮັບເອົາເຂົ້າມາເຄື່ອນໄຫວພາຍໃນ
ພັກສຳຮອງ ໂດຍມອບໃຫ້ອົງການຈັດຕັ້ງມະຫາຊົນຊ່ວຍຊຸກຍູ້ຕິດຕາມເປັນປົກກະຕິພາຍໃນໜ່ວຍພັກທີ່ຕົນສັງກັດຢູ່. ວຽກງານກໍ່ສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນ ຄະນະພັກຮາກຖານໄດ້ຈັດຕັ້ງເຊື່ອມຊືມໃຫ້ທຸກໜ່ວຍພັກ ພ້ອມທັງຕິດຕາມກວດກາຢ່າງເປັນປົກກະຕິ ໃຫ້ຄົບຕາມເງື່ອນໄຂມາດ
ຖານ ສາມາດຍາດໄດ້ 8 ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 3 ຄັ້ງຕິດຕໍ່ກັນ. ວຽກງານຄຸ້ມຄອງປ້ອງກັນ ແລະ ບຳລຸງເງິນສະຕິຄະນະພັກມີຄວາມ
ໂປ່ງໃສວ່ອງໄວຕາມເນື້ອໃນການສ້າງກົມປອດໃສ ປອດໄພ ປອດຄະດີ ໂດຍຖືເອົາລະບອບດຳເນີນຊີວິດການເມືອງຂອງຈຸພັກ, ໜ່ວຍພັກ ໃຫ້ເປັນປົກກະ
ຕິທັນກຳນົດເວລາ ໂອກາດນີ້ກອງປະຊຸມຍັງໄດ້ແລກປ່ຽນບົດຮຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອຈຸດປະສົງສ້າງໃຫ້ຄະນະພັກຮາກຖານ ແລະ
ບັນດາໜ່ວຍພັກພາຍໃນກົມກອງ ໄດ້ເຄື່ອນໄຫວຖືກທິດພ້ອມທັງມີທ່າກ້າວຂະຫຍາຍຕົວຂຶ້ນເທືຶ່ອລະກ້າວ.
ແຫຼ່ງທີ່ມາ: ສອນໄຊ ສຸກສິງຈັນ
ວັນທີ 25/02/2022