ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ເປີດກອງປະຊຸມເຕັກນິກທົ່ວກອງທັບຄັ້ງທີ II


ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ວັນທີ 24 ກຸມພາ 2022 ນີ້, ຢູ່ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມເຕັກນິກ ທົ່ວກອງທັບ ຄັ້ງທີ II ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ປະສິດ ທ່ຽງທໍາ ຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກົມ, ຫ້ອງ
ການ, ວິທະຍາຄານ, ໂຮງງານ, ກົມກອງຕະຫລອດຮອດແຂກທີ່ຖືກເຊີນ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ປະທານ ໄດ້ກ່າວເປີດກອງປະຊຸມ ເຊິ່ງສະຫາຍ ໄດ້ກ່າວວ່າ: ໃນການດຳເນີນກອງປະຊຸມວຽກງານເຕັກນິກທົ່ວກອງທັບ ຄັ້ງນີ້ ແມ່ນ
ກອງປະຊຸມຄັ້ງທີ II ນັບແຕ່ມື້ ກົມໃຫຍ່ເຕັກນິກໄດ້ຮັບການປະກາດສ້າງຕັ້ງຢ່າງເປັນທາງການໃນ ວັນທີ 28 ມັງກອນ 2014 ເຊິ່ງກອງປະຊຸມຄັ້ງນີ້ ແມ່ນຈະ
ໄດ້ດຳເນີນໄປເປັນເວລາ 2 ວັນ ເພື່ອເປັນການຕີລາຄາຄືນການຈັດຕັ້ງປະຕິບັດວຽກງານເຕັກນິກໃນທົ່ວກອງທັບໃນໄລຍະຜ່ານມາ ແລະ ກໍານົດທິດທາງ
ແຜນການໃນຊຸມປີຕໍ່ໜ້າໂດຍສຸມໃສ່ວຽກງານຮັບປະກັນເຕັກນິກ ຕາມມະຕິຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນ
ງານໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນແຜນງານຮັບປະກັນພາຫະນະອາວຸດ, ຍຸດໂທປະກອນເຕັກນິກ, ວຽກງານອົບຮົມຫັດແອບກຽມພ້ອມສູ້ຮົບ,
ແຜນງານອຸດສາຫະກຳປ້ອງກັນຊາດ ແລະ ແຜນງານຄຸ້ມຄອງປົກປັກຮັກສາວັດຖຸ ແລະ ສາງຄັງ. ພ້ອມນີ້, ສະຫາຍປະທານ ຍັງໄດ້ຮຽກຮ້ອງມາຍັງບັນດາສະ
ຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ໃນການປະກອບຄໍາຄິດເຫັນ ພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ຕີລາຄາສະພາບ
ດ້ານຕັ້ງໜ້າ ແລະ ຈຸດອ່ອນຄົງຄ້າງຂອງການຈັດຕັ້ງປະຕິບັດວຽກງານເຕັກນິກໃຫ້ຖືກຕ້ອງຕາມຄວາມເປັນຈິງ ໂດຍພາວະວິໄສ ເຮັດໃຫ້ກອງປະຊຸມຄັ້ງນີ້
ມີຜົນສໍາເລັດອັນຈົບງາມ.

     ພ້ອມນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບວຽກງານເຕັກນິກທົ່ວກອງທັບ ໃນ
ໄລຍະ 5 ປີຜ່ານມາ ໂດຍໄດ້ຮັບການນໍາພາ- ຊີ້ນໍາ ຢ່າງໃກ້ຊິດຈາກຄະນະນໍາກະ ຊວງປ້ອງກັນປະເທດ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາກົມໃຫຍ່ ເຕັກ
ນິກ ໄດ້ເປັນເຈົ້າການນຳພາ-ຊີ້ນຳ ແລະ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງປັບປຸງການຈັດຕັ້ງປະກອບກຳລັງເຕັກນິກ ເພື່ອດຳເນີນວຽກງານເຕັກ
ນິກຖືກຕ້ອງຕາມຂໍ້ກໍານົດຂອງຕົນ, ຄົ້ນຄວ້າຜະລິດວັດຖຸອຸປະກອນຮັບໃຊ້ໃຫ້ແກ່ກອງທັບ, ຮັບປະກັນການປະກອບອາວຸດຍຸດໂທປະກອນເຕັກນິກຕາມຊະ
ນິດ, ຈຳນວນທັນເວລາໃຫ້ແກ່ການອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບຕາມຄໍາສັ່ງຂອງ ກົມໃຫຍ່ເສນາກໍຄື ກະຊວງປ້ອງກັນປະເທດ, ໄດ້ຊີ້ນໍາ
ການຮັບປະກັນເຕັກນິກ, ການກະກຽມນຳໃຊ້, ການປົກປັກຮັກສາ, ການບົວລະບັດເຕັກນິກ, ການບົວລະບັດເກັບມ້ຽນຍາວນານ, ການຕໍ່ອາຍຸນຳໃຊ້, ການ
ສ້ອມແປງຟື້ນຟູ, ດັດແປງພາຫະນະອາວຸດຍຸດໂທປະກອນເຕັກນິກໃນກອງທັບ ເຊິ່ງໃນປີຜ່ານມາສາມາດເຮັດໄດ້ຄື: ຮັບປະກັນການປະກອບພາຫະນະອາວຸດ
ຍຸດໂທປະກອນເຕັກນິກຕາມຄຳສັ່ງຂອງ ກົມໃຫຍ່ເສນາທິການ ແລະ ກະຊວງປ້ອງກັນປະເທດ ຖືກຕາມຊະນິດ, ຈຳນວນ ແລະ ທັນເວລາໃຫ້ແກ່ການອົບ
ຮົມຫັດແອບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບເປັນຕົ້ນ ແມ່ນປືນທະຫານຮາບຮັບປະກັນສູ້ຮົບ, ປືນໃຫຍ່ໜ້າດິນ, ປືນປ້ອງກັນອາກາດ, ຄຸນນະພາບເຕັກນິກ
ລູກປືນທະຫານຮາບ, ລູກປືນໃຫຍ່ໜ້າດິນ, ລູກປືນປ້ອງກັນອາກາດ ພ້ອມນີ້ ຍັງໄດ້ເອົາໃຈໃສ່ໃນການບົວລະບັດຮັກສາພາຫະນະເຕັກນິກຕ່າງໆຄື: ໄດ້ກວດ
ກາພາຫະນະອາວຸດຍຸດໂທປະກອນເຕັກນິກຂອງບັນດາກົມກອງໄດ້ 26 ກົມກອງ ແລະ ບົວລະບັດ, ສ້ອມແປງລົດໂອໂຕ ສ້ອມແປງໜັກ, ກາງ ແລະ ເບົາ ຢູ່
ບັນດາໂຮງງານຂອງກະຊວງທັງໝົດ 210 ຄັນ, ບົວລະບັດສ້ອມແປງປືນທັງໝົດ 3,925 ກະບອກ, ປືນໃຫຍ່ໜ້າດິນ 229 ກະບອກ, ປືນປ້ອງກັນອາກາດ
159 ກະບອກ, ປືນທະຫານຮາບ 3.541 ກະບອກ, ບົວລະບັດ ແລະ ພົ່ນສີຮ່າງປືນ 23/2 ຈຳນວນ 20 ຮ່າງ, ບົວລະບັດ, ສ້ອມແປງປືນ 152 ເຄື່ອນທີ່ຢູ່
ກອງພົນທີ 4 ຈຳນວນ 10 ບອກ.

     ນອກນີ້, ຍັງໄດ້ໄດ້ຊີ້ນຳ, ຊຸກຍູ້ບັນດາໂຮງງານບໍລິຫານທີ່ເຮັດໜ້າທີ່ຜະລິດ ແລະ ສ້ອມແປງດ້ວຍຄວາມຮັບຜິດຊອບ ແລະ ເຮັດສໍາເລັດຕາມແຜນການ
ຄື: ຜະລິດລູກປືນ 7,62 ມມ ລູກຈິງ 1.546.500 ລູກ; ລູກລົມ 1.901.100 ລູກ; ຜະລິດເຄື່ອງປະດັບຍົດ 287 ລາຍການ; ຜະລິດບີດົງນໍ້າ 40.000
ໜ່ວຍ,ຜະລິດສາຍພາຍປືນ AK ຈໍານວນ 7.000 ເສັ້ນ, ຜະລິດຕຸດແຊ AK ຈໍານວນ 6.547 ຖົງ, ຜະລິດຜ້າບັດປົກປືນ 30 ຜືນ, ເສື້ອປືນໃຫຍ່ໜ້າດິນ
ແລະ ປ້ອງກັນອາກາດຕ່າງໆ 675 ຜືນ, ຜະລິດເຄື່ອງ ປະກອບຫີບໝູ່ປືນໃຫຍ່ໜ້າດິນ ແລະ ປືນປ້ອງກັນອາກາດ 42 ຫີບ, ຜະລິດໂຕະສ້ອມແປງປືນ 44
ໜ່ວຍ, ຫີບໃສ່ປືນ ແລະ ລູກປືນທະຫານຮາບ 1.340 ໜ່ວຍ, ຜະລິດພ້າດ້າມເຫຼັກ 6.501 ດວງ, ຊວ້ນນ້ອຍສູ້ຮົບ 2.059 ດວງ, ເຫຼັກສະແລງ-ເຫຼັກ
ສະໄລ 2.900 ດວງ; ຜະລິດບັ້ງບັນຈຸລູກປືນ AK 1.800  ບັ້ງ, ບັ້ງບັນຈຸລູກປືນ T-81 2.870 ບັ້ງ, ຖົງບັນຈຸລູກປືນ AK 12.397 ຖົງ, ຖົງເປ້ລູກປືນ
PTIT -7(B-41) 1.670 ຖົງຜະລິດອຸປະກອນມ້າງຖອດຫົວລູກປືນຂະໜາດ 37ມມ-100 ມມ 8 ຊຸດ, ຜະລິດຈັກຍັດລູກປືນ 12,7 ມມ ແລະ ອື່ນໆຈໍາ
ນວນໜຶ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/02/2022