ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກກົມໃຫຍ່ການເມືອງກອງທັບ ສະຫຼຸບຕີລາຄາການນໍາພາ ປະຈໍາປີ 2021


     ວັນທີ 23 ທັນວານີ້ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການນໍາພາ ຂອງຄະນະພັກ ກົມໃຫຍ່ການເມືອງກອງ
ທັບ ປະຈໍາປີ 2021 ແລະ ວາງທິດທາງ ແຜນການປະຈໍາປີ 2022, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາ ຂອງຄະນະພັກກົມ
ໃຫຍ່ການ ເມືອງກອງທັບປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022, ເຊິ່ງຍົກໃຫ້ເຫັນ ໝາກຜົນທີ່ຍາດມາໄດ້ໃນຕະຫຼອດໄລຍະ 1 ປີ
ຜ່ານມາ ເປັນຕົ້ນແມ່ນການຊີ້ນໍາຂະບວນການ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ເພື່ອໃຫ້ເຂົາເຈົ້າກໍາ ແໜ້ນ ໄດ້
ແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນ
ປະເທດ, ການໂຄສະນາສຶກສາອົບຮົບການເມືອງ-ແນວຄິດ ໃນປີ 2021 ດ້ວຍຮູບການໂດຍກົງຜ່ານສື່ຕ່າງໆ ແລະ ເປີດຂະບວນການແຂ່ງຂັນທົ່ວກອງທັບ
ເພື່ອຂໍ່ານັບຮັບຕ້ອນບັນດາວັນ ປະຫວາດສາດສໍາຄັນຕ່າງໆ ຢ່າງເປັນຂະບວນການກວ້າງຂວາງ ເປັນຕົ້ນແມ່ນການຈັດຕັ້ງ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງ
ທັບ ຄົບຮອບ 72 ປີ, ໄດ້ຊີ້ນໍາວຽກງານໂຄສະນາ-ຖະແຫຼງຂ່າວ ແລະ ສ້າງກອງວັດທະນະ ທໍາໄດ້ 10 ກອງ, ສິລະປະກອນ ເຂົ້າຮ່ວມແຂ່ງຂັນຢູ່ສະຫະພັນຣັດ
ເຊຍ ໄດ້ອັນດັບທີ 5, ໜັງ ສືພິມກອງທັບອອກລະບົບເອເລັກໂຕຼນິກ ໄດ້ເປັນປົກກະຕິ, ວິທະຍຸກອງທັບ ຈັດລາຍການ AM, FM ໄດ້ 1.248 ລາຍການ,
ໂທລະພາບກອງທັບອອກ 1.776 ລາຍການ, ຫໍສະໝຸດ ກອງທັບບໍລິການຜູ້ອ່ານໄດ້ 3.503 ເທື່ອຄົນ, ຫໍພິພິທະພັນ ກອງທັບຮັບແຂກເຂົ້າຮ່ວມຊົມ ອານຸ
ສອນສະຖານຄຸກກັກຂັງ ບັນດາທ່ານຜູ້ນໍາແນວລາວຮັກຊາດ 4.749 ເທື່ອຄົນ, ຈໍາໜ່າຍ ວາລະສານປ້ອງກັນຊາດ ໄດ້ 3.550 ຫົວ.

     ນອກນັ້ນ ຍັງໄດ້ ສໍາເລັດການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 5 ຂອງ ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ການປະກາດຮອງ ຮັບ
ເອົາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດສະໄໝ ທີ 5, ຄົ້ນຄວ້າຕີລາຄາ ເພື່ອຢັ້ງຢືນ ຮອງຮັບກອງປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ໃນ
ທົ່ວກໍາລັງຫຼວງ ຈໍານວນ 1.196 ໜ່ວຍພັກ, ຊີ້ນໍາການປັບປຸງບຸລະນະການຈັດຕັ້ງ ເປັນຕົ້ນແມ່ນ ການແຕ່ງຕັ້ງ-ຍົກຍ້າຍພະນັກງານ ໄປຮັບໜ້າທີ່ໃໝ່
1.769 ສະຫາຍ, ເລື່ອນຊັ້ນແຕ່ ຮ້ອຍຕີ-ພົນຕີ ໄດ້ 11.764 ສະຫາຍ, ປະດັບທຽບຊັ້ນນັກຮຽນສາຍລັດ 1.075 ສະຫາຍ, ຍົກຂັ້ນເງິນ ເດືອນແຕ່ຮ້ອຍ
ໂທ-ພັນເອກ 320 ສະຫາຍ, ອະນຸມັດໃຫ້ພະນັກງານໄປຮຽນກໍ່ສ້າງ-ບໍາລຸງ ພາຍໃນ ແລະ ຕ່າງປະເທດ 3.777 ສະຫາຍ, ຄຽງຄູ່ກັນນັ້ນ ຍັງໄດ້ຊີ້ນໍາການປະ
ຕິບັດ ວຽກງານນະໂຍບາຍ ຢູ່ບັນດາກົມກອງ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ການຍ້ອງຍໍບຸກຄົນ ແລະ ກົມກອງ ລວມໝູ່ຄື: ຫຼຽນໄຊ ພັດທະນາ ຊັ້ນ II,III 6
ໜ່ວຍ, ອິດສະຫຼະ ຊັ້ນ III 1 ໜ່ວຍ, ແຮງງານ ຊັ້ນ III 1 ໜ່ວຍ, ຫຼຽນໄຊ ພິລະອາດຫານ ຊັ້ນ I,II,III ຈໍາ ນວນ 955 ໜ່ວຍ, ຫຼຽນກຽດຕິຄຸນ ແລະ 70
ປີ ກອງທັບ 751 ໜ່ວຍ, ໃບຍ້ອງຍໍ ກປທ ແລະ ກມທ ຈໍານວນ 4.173 ໃບ, ອະນຸມັດສ້າງຄອບຄົວໃໝ່ 480 ຄູ່.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ຜົນງານທີ່ບັນດາກົມກອງຍາດ ມາໄດ້ໃນໄລຍະ 1 ປີ
ຜ່ານມາ ພ້ອມທັງເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງຍົກສູງບົດບາດໃນການຊີ້ນໍາ-ນໍາພາ, ສືບຕໍ່ເຊື່ອມຊຶມ 4 ໜ້າທີ່ໃຫຍ່ 26 ແຜນງານ
ຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ໃຫ້ຖືເອົາວຽກງານສຶກສາອົບຮົມ ນໍາພາການເມືອງ-ແນວຄິດ ເປັນກົກເຄົ້າ, ເພີ່ມທະວີຄວາມສາມັກຄີ
ພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນ, ປະຕິບັດ ຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ແຕ່ລະບຸກຄົນ ຮັບຜິດຊອບ, ສືບຕໍ່ປັບປຸງກົມ ກອງຮອບ
ດ້ານໃຫ້ມີບາດກ້າວ ປ່ຽນແປງໃໝ່ທີດີຂຶ້ນເລື່ອຍໆ, ສືບຕໍ່ປະຕິບັດຕາມແຜນການທີ່ ຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/12/2021