ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປົດປ່ອຍປະຊາຊົນຈີນ ມອບອຸປະກອນການແພດ
ເພື່ອປ້ອງກັນພະຍາດໂຄວິດ-19 ໃຫ ້ກອງທັບ ປະຊາຊົນ ລາວ


     ພິທີມອບ-ຮັບອຸປະກອນການແພດ ເພື່ອປ້ອງກັນພະຍາດ ໂຄວິດ-19 ໂດຍການຊ່ວຍເຫຼືອຈາກ ກອງທັບປົດປ່ອຍປະຊາຊົນ ຈີນ ໃຫ້ແກ່ ກອງທັບ ປະ
ຊາຊົນລາວ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2021 ທີ່ສະໜາມບິນສາກົນວັດໄຕ, ກ່າວມອບໂດຍ ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດ ຜູ້ມີອຳນາດ
ເຕັມ ແຫ່ງ ສປ ຈີນ ປະຈຳລາວ ແລະ ກ່າວຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແລະ ໄດ້ຕາງໜ້າເຊັນມອບຢ່າງເປັນທາງການໂດຍ ທ່ານ ພັນເອກ ພິເສດ ລີປິງ ທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ປະຈຳລາວ, ໂດຍ ຕາງໜ້າເຊັນ
ຮັບຂອງ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການ
ລະບາດຂອງພະຍາດ ໂຄວິດ-19 ກະຊວງປ້ອງກັນປະເທດ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ບົນພື້ນຖານ ການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ໝັ້ນຄົງຍາວນານ ບົນຈິດໃຈ 4 ດີ ລະຫວ່າງ ຈີນ-ລາວ, ລາວ-ຈີນ ສະນັ້ນ, ກອງ
ທັບ ປົດປ່ອຍປະຊາຊົນ ຈີນ ຈຶ່ງໄດ້ໃຫ້ການສືບຕໍ່ຊ່ວຍເຫຼືອລ້າທາງດ້ານອຸປະກອນການແພດປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ກອງທັບ ປະຊາຊົນລາວ
ຄັ້ງນີ້ມີທັງໝົດ 14 ລາຍການຄື: ເຄື່ອງກວດ ຫາ ເຊື້ອພະຍາດ ໂຄວິດ-19 ຈໍານວນ 403.200 ຊຸດ, ຊຸດກັບເກັບກວດ ເອົາຕົວຢ່າງ 30.000 ກັບ, ກັບ
ເກັບຕົວຢ່າງ 30.000 ຊຸດ, ເຄື່ອງແຍກດີເອັນເອ 5 ຊຸດ, ເຄື່ອງກວດ PCR 5 ຊຸດ, ນໍ້າຢາ ກວດຫາເຊື້ອພະຍາດ ໂຄວິດ-19 ຈໍານວນ 30.000 ຊຸດ,
ເຄື່ອງ ຊ່ວຍຫາຍໃຈ 15 ເຄື່ອງ, ເຄື່ອງດູດຂີ້ກະເທິ 15 ເຄື່ອງ, ເຄື່ອງຕິດຕາມຄົນເຈັບໜັກ 10 ເຄື່ອງ, ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ, ເຄື່ອງ
ວັດແທກອົກຊີ ປາຍມື 20 ເຄື່ອງ, ຕູ້ເກັບວັກຊິນ ຂະໜາດ 650 ລິດ 5 ຕູ້, ຂະໜາດ 390 ລິດ 10 ຕູ້ ແລະ ຕູ້ເກັບວັກຊິນຂະໜາດ 65 ລິດ 30 ຕູ້.

     ໃນໄລຍະຜ່ານມາສະພາບ ການພະຍາດ ໂຄວິດ-19 ມີການລະບາດເປັນວົງກວ້າງ ໃນທົ່ວ ສັງຄົມ ລາວ ພັກ ແລະ ລັດຖະບານ ກໍຄື ປະຊາຊົນ ຈີນ
ໄດ້ໃຫ້ການຊ່ວຍເຫຼືອວັກຊິນຕ້ານພະຍາດ ໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 6.200.000 ໂດສ ພ້ອມນັ້ນກອງທັບປົດປ່ອຍ ປະຊາຊົນ ຈີນ ກໍ່ໄດ້
ໃຫ້ການຊ່ວຍ ເຫຼືອວັກຊິນດັ່ງກ່າວໃຫ້ແກ່ກອງ ທັບປະຊາຊົນ ລາວ ຈຳນວນ 700.000 ໂດສ ເຊິ່ງເປັນການຊ່ວຍເຫຼືອທີ່ລໍ້າຄ່າ ເຮັດໃຫ້ ກອງທັບ ແລະ ປະ
ຊາຊົນລາວ ບັນດາເຜົ່າສາມາດສ້າງພູມຄຸ້ມກັນ ສະກັດກັ້ນການແຜ່ເຊື້ອພະຍາດ ໂຄວິດ-19 ໄດ້ເປັນຢ່າງດີ ສະແດງ ໃຫ້ເຫັນເຖິງມູນເຊື້ອແຫ່ງການ ພົວພັນ
ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບ ປົດປ່ອຍປະເທດ ຈີນ ແລະ ກອງທັບ ປະຊາຊົນ ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ, ໂດຍສະເພາະ
ໄລຍະເຮັດການປະຕິວັດ ຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບ ປົດປ່ອຍປະຊາຊົນ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນ ດ້ານຕ່າງໆເປັນຈໍານວນ
ຫຼວງຫຼາຍ ປະກອບສ່ວນເຮັດ ໃຫ້ ກອງທັບປະຊາຊົນ ລາວ ເຮັດໄດ້ສໍາເລັດ ໜ້າທີ່ຢ່າງສະຫງ່າງາມ ໃນປີ 1992 ສອງ ກອງທັບ ລາວ ແລະ ຈີນ ໄດ້ເປີດ
ການພົວພັນຮ່ວມມື ແລກປ່ຽນບົນຮຽນທາງດ້ານ ການທະຫານນໍາກັນ ກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ ກອງທັບປະຊາຊົນ
ລາວ ດ້ານວິຊາການ, ວັດຖຸເຕັກນິກ ແລະ ອາວຸດຍຸດໂທປະກອນອື່ນໆ ເປັນຈໍານວນຫຼວງຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/11/2021