ແຂວງສະຫວັນນະເຂດ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງນຳໃຊ້ເຮືອຕາມລຳແມ່ນນ້ຳຂອງ
ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 1060/ຈຂ.ສຂ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງນຳໃຊ້ເຮືອຕາມລຳແມ່ນ້ຳຂອງ, ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໂດຍການເປັນປະ ທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເລຂາພັກແຂວງ, ເຈົ້າແຂວງແຂວງສະຫວັນນະເຂດ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈຳພັກແຂວງ, ຫົວໝ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະນຳກອງບັນຊາການທະຫານແຂວງ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີເຈົ້ານະຄອນ, ເຈົ້າເມືອງໄຊບູລີ, ໄຊພູທອງ ແລະ ສອງຄອນ ຕະຫຼອດຮອດກຳລັງທະຫານຊາຍແດນລຽບຕາມລຳແມ່ນໍ້້າຂອງແຂວງສະຫວັນນະເຂດເຂົ້າຮ່ວມ.
ສະຫາຍ ພັນໂທ ພັນວິໄລ ລາດສະຍົນ ຫົວໝ້າຫ້ອງເສນາທິການກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນສະພາບຢູ່ຕາມບໍລິເວນຂອບເຂດຊາຍແດນຂອງແຕ່ລະເມືອງ ຕະ ຫຼອດໄລຍະຜ່ານມາເຫັນວ່າພວກກຸ່ມຄົນທີ່ບໍ່ຫວັງດີ ຍັງສືບຕໍ່ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ, ລັດ. ເພື່ອສ້າງຄວາມບໍ່ສະຫງົບໃນສັງຄົມ ແລະ ຍັງມີການຄ້າຂາຍເຖື່ອນໃນບໍລິເວນຊາຍແດນ ເປັນຕົ້ນ: ການຄ້າຂາຍຢາເສບຕິດ, ຄ້າຂາຍລົດເຖື່ອນ, ໄມ້ເຖື່ອນ, ນຳໃຊ້ເຮືອລັກລອບຂົນສົ່ງແຮງງານເຂົ້າ-ອອກປະເທດຕາມລຳພັງ ແລະ ອື່ນໆ, ສະນັ້ນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນຂຶ້ນທະບຽບເຮືອຫາປາ, ເປັນຕົ້ນປະຕິບັດຢູ່ເຂດນະຄອນໄກສອນ ພົມວິຫານ ໄດ້ 9 ຈຸດ. ຫຼັງຈາກນັ້ນ, ຈຶ່ງໄດ້ສືບຕໍ່ຢູ່ບັນດາເມືອງລຽບຕາມຊາຍແດນທິດຕາເວັນຕົກຄື: ເມືອງໄຊບູລີ 6 ຈຸດ, ເມືອງໄຊພູທອງ 13 ຈຸດ ແລະ ເມືອງສອງຄອນ 21 ຈຸດ, ໄດ້ເຕົ້າໂຮມທັງໝົດ 43 ຈຸດ, ຈັດຕັ້ງກຳລັງທະຫານຊາຍແດນອອກລາດຕະເວນ ໄດ້ທັງໝົດ 778 ຄັ້ງ, ເຄື່ອນໄຫວທາງບົກ 279 ຄັ້ງ, ທາງນ້ຳ 499 ຄັ້ງ. ທັງນີ້, ກໍເພື່ອເຮັດໃຫ້ການນຳໃຊ້ເຮືອຢູ່ລຽບຕາມແມ່ນ້ຳຂອງມີຄວາມເປັນລະບຽບຮຽບຮ້ອຍ, ສະດວກ ແລະ ມີຄວາມສະຫງົບ. ໃນນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນ ແລະ ປຶກສາຫາລື ເພື່ອຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງຢູ່ຕາມຊາຍແດນໃຫ້ໝົດໄປເທື່ອລະກ້າວ.
ໂອກາດດັ່ງກ່າວ ສະຫາຍ ສັນຕິພາບ ພົມວິຫານ ກໍໄດ້ມີຄຳເຫັນໂອ້ລົມຕໍ່ການນຳທຸກຂັ້ນ,ໂດຍສະເພາະກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຮັດໜ້າທີ່ລຽບຕາມຊາຍແດນທິດຕາເວັນຕົກ ຈົ່ງເອົາໃຈໃສ່ຮ່ວມມືກັນຕ້ານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ, ປຸກລະດົມໃຫ້ຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ມີຄວາມເຂັ້ມແຂງໝັກແໝ້ນ, ສືບຕໍ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 1060/ຈຂ.ສຂ ໃຫ້ຖືກຕ້ອງເຂັ້ມງວດ ໂດຍສະເພາະແມ່ນກຳນົດທ່າຈອດເຮືອ, ຄຸ້ມຄອງການເຂົ້າ-ອອກເຮືອທຸກປະເພດໃຫ້ຖືກຕ້ອງຕາມລະບຽບການ ແລະ ມີຄວາມເຂັ້ມງວດຕໍ່ຜູ້ຝ່າຝືນກົດລະບຽບທີ່ວາງອອກ.