ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທີ່ປຶກສາທູດປ້ອງກັນຊາດຍີ່ປຸ່ນ


     ໃນວັນທີ 22 ສິງຫານີ້, ທີ່ກະຊວງປ້ອງກັນປະເທດ ສປປ ລາວ ທ່ານ ພົນຕີ ວົງຄຳ ພົມມະ ກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນເອກ ອິຊິຮະລ້າ ມາຊານະໂອະ ທີ່ປຶກສາທູດປ້ອງກັນຊາດຍີ່ປຸ່ນ ຄົນໃໝ່ວ່າການ ສປປ ລາວ.

      ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍຕໍ່ ທ່ານ ພັນເອກ ອິຊິຮະລ້າ ມາຊານະໂອະ ທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ມາຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດຄົນໃໝ່ປະຈຳ ສປປ ລາວ ໃນຄັ້ງນີ້ ແລະ ກໍໄດ້ຕີລາຄາສູງຕໍ່ຜົນງານອັນດີທີ່ສອງປະເທດ, ສອງກອງທັບຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ມີຄວາມ ແໜ້ນແຟ້ນຍິ່ງໆຂຶ້ນ. ເພື່ອພ້ອມກັນສືບຕໍ່ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍຂົງເຂດວຽກງານເຊັ່ນ: ວຽກງານດ້ານປ້ອງກັນຊາດ, ດ້ານການສຶກສາ ແລະ ສາທາລະນະສຸກເຫຼົ່ານີ້ເປັນຕົ້ນ. ພ້ອມດຽວກັນນັ້ນ, ທ່ານ ພັນເອກ ອິຊິຮະລ້າ ມາຊານະໂອະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມືສອງຝ່າຍ ລາວ ແລະ ຍີ່ປຸ່ນ ໃນດ້ານຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນອະນາຄົດ. ພ້ອມນັ້ນ, ທ່ານ ຍັງໄດ້ແຈ້ງບາງແຜນການ, ແຜນງານໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະ ເທດ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ສາທາ, ສຶກສາ, ກີລາ ແລະ ອື່ນໆ.

     ຂ່າວໃຫ້ຮູ້ຕື່ມວ່າ: ກ່ອນໜ້ານັ້ນ, ທ່ານ ພັນເອກ ອິຊິຮະລ້າ ມາຊານະໂອະ ຍັງໄດ້ເຂົ້າຢ້ຽມຂ່ຳ ນັບ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ ແລະ ໄດ້ປຶກສາຫາລືກັນໃນຫຼາຍຂົງເຂດວຽກງານ ເພື່ອສືບຕໍ່ວາງແນວທາງແຜນງານ ແລະ ຄວາມຮ່ວມມືເຊິ່ງກັນ ແລະ ກັນໃນໄລຍະຕໍ່ໜ້າ.