
ຜ່ານຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ຄະນະຮັບຜິດຊອບຂຽນປຶ້ມປົກຂາວ
  ນະໂຍບາຍປ້ອງກັນຊາດຄັ້ງທີ V

    ສະຫາຍ  ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ  ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານ
  
     ວັນທີ 22  ກໍລະກົດ 2020 ນີ້, ຢູ່ຫ້ອງປະຊຸມ  ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເພື່ອປະກາດຜ່ານຂໍ້ຕົກລົງ
    ຂອງ ກະຊວງປ້ອງກັນປະເທດ ແລະ  ມອບໝາຍໜ້າທີ່ໃຫ້ ຄະນະຮັບຜິດຊອບຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຄັ້ງທີ V ຂຶ້ນໂດຍການເປັນ  ປະທານຂອງສະຫາຍ
    ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ,  ມີບັນດາສະຫາຍ ຮອງຫົວໜ້າກົມ, ບັນດາສະຫາຍຜູ້ຕາງໜ້າຈາກ 4 ກົມ
  ໃຫຍ່, ຫ້ອງວ່າການກະຊວງ, ກົມພົວພັນ, ກົມ 213 ແລະ  ວິທະຍາຄານເຂົ້າຮ່ວມ. 
     ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຖອດຖອນບົດຮຽນຮ່ວມກັນ  ໃນຄະນະ
    ຮັບຜິດຊອບຂຽນປຶ້ມນະໂຍບາຍປ້ອງກັນຊາດ ຂອງ ສປປ ລາວ ໃຫ້ຖືກຕ້ອງຕາມຍຸດທະສາດຂອງຊາດ, ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍຖືເອົາ
  ບົດຮຽນຂອງການຂຽນປຶ້ມນະໂຍບາຍປ້ອງກັນຊາດ ຄັ້ງທີ IV ຜ່ານມາ ໃນນັ້ນໄດ້ຖອດຖອນບົດຮຽນນຳບັນດາປະເທດ ເພື່ອນມິດຍຸດທະສາດໃນການຂຽນເພື່ອໃຫ້ການ
  ຂຽນມີຄວາມຄົບຖ້ວນ ແລະ ອຸດົມສົມບຸນ ພື້ນຖານນະໂຍບາຍປ້ອງກັນຊາດລາວ  ກໍມີ 5 ວຽກໃຫຍ່ມາເປັນເນື້ອໃນຕົ້ນຕໍໃນນັ້ນມີວຽກງານ ການເມືອງ-ແນວຄິດໄດ້
  ກວມເອົາວຽກວັດທະນະທຳ-ສັງຄົມ, ວຽກງານເສນາທິການໄດ້ມີຫຼາຍວຽກກ່ຽວຂ້ອງ  ໂດຍສະເພາະວຽກງານຊາຍແດນ, ວຽກງານປັບປຸງ ແລະ ກໍ່ສ້າງກຳລັງ, ວຽກງານ
  ພະລາທິການແມ່ນວຽກສຳຄັນ ໃນການລ້ຽງດູທັບການປັບປຸງກົມກອງຄ້າຍຄູ, ວຽກເຕັກນິກ-ເຕັກໂນໂລຊີດ້ານການທະຫານ ແລະ ວຽກງານພົວພັນຕ່າງປະເທດຂອງ
  ກອງທັບໃນແຕ່ລະໄລຍະ.
     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ຈົ່ງພ້ອມກັນນຳເອົາທິດຊີ້ນຳຂອງ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງ
    ຜັນຂະຫຍາຍລາຍງານຄະນະພັກ-ຄະນະບັນຊາ, ກົມກອງຂອງຕົນ ເພື່ອເກັບກຳຂໍ້ມູນໃຫ້ລະອຽດແລ້ວສົ່ງມາຍັງຄະນະຮັບຜິດຊອບ ເພື່ອສັງລວມເຂົ້າໃນອັນດຽວ ແລ້ວ
  ກະກຽມຜ່ານຄະນະຮັບຜິດຊອບຂັ້ນກະຊວງ ເພື່ອປັບປຸງເນື້ອໃນໃຫ້ລະອຽດ ແລະ ຈັດພິມໃຫ້ທັນກຳນົດເວລາຄາດວ່າທ້າຍ ປີ 2020 ໃຫ້ໄດ້ສຳເລັດແຈກຢາຍຢ່າງທົ່ວ
  ເຖິງກັນທັງພາຍໃນ ແລະ ສາກົນໄດ້ຮັບຮູ້.