
ພິທີປະກາດການຈັດຕັ້ງຢູ່ກອງພົນທີ 4

    ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນ, ຫົວໜ້າຫ້ອງແລະຮອງຫົວໜ້າຫ້ອງ ຢູ່ກອງພົນທີ 4
     ໃນວັນທີ 18 ກໍລະກົດ 2019 ນີ້, ກອງພົນທີ  4 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນ, ຫົວໜ້າຫ້ອງ ແລະ  ຮອງຫົວໜ້າຫ້ອງ ໂດຍການເປັນກຽດເຂົ້າ
    ຮ່ວມເປັນປະທານຂອງສະຫາຍ ພົນຕີ  ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ,  ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
    ຄະນະພັກ-ຄະນະບັນຊາກອງພົນທີ  4, ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງພັນໃຫຍ່ 644, ໂຮງງານປະສານເຫຼົ່າພາກກາງ, ໂຮງໝໍບໍລິເວນ 109, ສາງ
    ນໍ້າມັນເລກ  9, ສາງອ 4, ອົງການ 5 ຫ້ອງ, ພະແນກການ, ແຂກຖືກເຊີນ, ກົມກອງອ້ອມຂ້າງຂຶ້ນກັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມ
    ພຽງ.
     ສະຫາຍ ພັນເອກ  ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານ  ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດເລກທີ 1708/ກປທ ວ່າ
    ດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງພົນທີ 4 ພັກການ  ເພື່ອກຽມຮັບເບ້ຍບໍານານ,  ກະຊວງປ້ອງກັນປະເທດຕົກລົງອານຸຍາດໃຫ້ສະຫາຍ ພັນເອກ  ຄໍາໄຂ ວິໄລເຄືອ
    ຫົວໜ້າການເມືອງກອງພົນທີ 4 ພັກການ ເພື່ອກຽມຮັບເບ້ຍບຳນານ. ຈາກນັ້ນກໍໄດ້ຜ່ານດໍາລັດນາຍົກລັດຖະມົນຕີສະບັບເລກທີ 178/ນຍ  ວ່າດ້ວຍການແຕ່ງຕັ້ງຫົວໜ້າ
    ການເມືອງກອງພົນທີ 4 ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ  (ສະບັບປັບປຸງ) ເລກທີ  43/ສພຊ ດັ່ງນັ້ນນາຍົກລັດຖະມົນຕີ ອອກດໍາລັດມາດ
    ຕາ1: ແຕ່ງຕັ້ງສະຫາຍ ພັນເອກ  ສົມຈິດ ກິດຕິຍະລາດ ເປັນຫົວໜ້າການເມືອງກອງພົນທີ 4 ປ່ຽນແທນສະຫາຍ  ພັນເອກ ຄໍາໄຂ ວິໄລເຄືອ ທີ່ກຽມພັກຜ່ອນຮັບເບ້ຍບໍາ
    ນານ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2505/ກປທ  ວ່າດ້ວຍການແຕ່ງຕັ້ງຄະນະກອງພົນ ແລະ ຄະນະຫ້ອງ.  ອີງຕາມກົດໝາຍນາຍທະຫານກອງ
    ທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ  ຍົກຍ້າຍນາຍທະຫານກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະ
    ຫາຍ  ພັນໂທ ຈັນແດງ ຂຸນຍຸລາດ ເປັນຮອງຫົວໜ້າການເມືອງກອງພົນ ທັງເປັນຫົວໜ້າຫ້ອງການເມືອງກອງພົນທີ 4, ແຕ່ງຕັ້ງ ສະຫາຍ  ພັນໂທ ຄໍາໄພ ໄຊສົງຄາມ ເປັ
    ຫົວໜ້າຫ້ອງການກອງພົນທີ 4 ແລະ ແຕ່ງສະຫາຍ ພັນໂທ  ບຸນທັນ ວໍ ລະຈັກ ເປັນຮອງຫົວໜ້າຫ້ອງການກອງພົນທີ 4.
     ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຕໍ່ຜົນ ງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງມາຍັງ
    ບັນດາພະນັກງານຜູ້ທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນເຊື່ອມຊຶມກໍາແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພັດທະນາກົມກອງໃຫ້ມີຄວາມກ້າວໜ້າໂດຍປະຕິ  ບັດຕາມ 4
    ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ  ຮັກສາຄວາມສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ ຖືເອົາວຽກງານສຶກສາອົບຮົມ
    ການເມືອງ, ນໍາພາແນວຄິດເປັນສຳຄັນສອດຫ້ອຍເຂົ້າທຸກຂົງເຂດໜ້າທີ່ວຽກງານລວມຂອງກົມກອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ສືບ
    ຕໍ່ບຸກບືນເຝິກຜົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານນຳພາທີ່ມີຄວາມເຂັ້ມແຂງ ເປັນແບບຢ່າງຕໍ່ການຊີ້ນຳ-ນຳພາ, ໄປຄຽງຄູ່ກັນນັ້ນກໍຕ້ອງເຮັດວຽກງານເປັນໝູ່ຄະນະ
    ບຸກຄົບຮັບຜິດຊອບບົນພື້ນຖານລວມສູນປະຊາທິປະໄຕ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງທັງ 4 ດ້ານ, ດ້ານການເມືອງ, ແນວຄິດ, ແບບແຜນວິທີເຮັດ
    ວຽກ ແລະ ການນຳພາທີ່ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ແມ່ນເປັນຂີດໝາຍໜຶ່ງໃນການປັບປຸງບູລະນະກົງຈັກ
    ການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງສືບຕໍ່ນຳພາກົມກອງຂອງຕົນກ້າວຂຶ້ນບົນພື້ນຖານປະຕິບັດນໍ້າໃຈ
    ເພິ່ງຕົນເອງ, ກຸ້ມຕົນເອງ  ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ບົນພື້ນຖານສ້າງກອງ
    ທັບປະຕິ  ວັດມີແບບແຜນ ແລະ ທັນສະໄໝເປັນກ້າວໆ.