
ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ
  ກໍ່ສ້າງອານຸສອນສະຖານຄຸກກັກຂັງບັນດາທ່ານຜູ້ນຳ
  

    ພົນຕີ ທອງລອຍ ສີລິວົງ  ເປັນປະທານພິທີຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ
    ກໍ່ສ້າງອານຸສອນສະຖານຄຸກກັກຂັງບັນດາທ່ານຜູ້ນຳແນວລາວຮັກຊາດຂອງລັດຖະບານຫຸ່ນຂາຍຊາດ
     ໃນວັນທີ 23 ພຶດສະພາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ
    ຊອບກໍ່ສ້າງອານຸສອນສະຖານຄຸກກັກຂັງບັນດາ ທ່ານຜູ້ນຳແນວລາວຮັກຊາດຂອງລັດຖະບານຫຸ່ນຂາຍຊາດ ຢູ່ໃນຄ້າຍໂພນເຄັງ ໂດຍພາຍໃຕ້ການເປັນປະທານຂອງ ສະ
    ຫາຍ ພົນຕີ ທອງລອຍ ສີລິວົງ  ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບມາຈາກ
    ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ  ພົມວິຫານ, ຄະນະກົມໂຄສະນາອົບຮົມ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ພະລາທິ
    ການກອງທັບ, ມີພະນັກງານປະຕິວັດອາວຸໂສ-ບຳນານ (ພະຍານປະຫວັດສາດ) ເຂົ້າຮ່ວມ. 
     ໃນກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກໍ່ສ້າງອານຸສອນສະຖານຄຸກກັກຂັງບັນດາທ່ານ
    ຜູ້ນຳແນວລາວຮັກຊາດຂອງລັດຖະບານຫຸ່ນຂາຍຊາດ  ຢູ່ໃນຄ້າຍໂພນເຄັງ ແລະ ປຶກສາຫາລືດ້ານບັນດາໜ້າວຽກຕ່າງໆທີ່ພົວພັນເຖິງການກໍ່ສ້າງໂຄງການດັ່ງກ່າວ ແຕ່ລະ
  ພາກສ່ວນກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ໂຄງການກໍ່ສ້າງດຳເນີນໄປຢ່າງມີປະສິດທິພາບ, ພ້ອມນີ້ບັນດາທ່ານຍັງໄດ້ລົງສຳຫຼວດເບິ່ງພື້ນທີ່ຕົວ
  ຈິງນຳອີກ, ຈຸດປະສົງຂອງການກໍ່ສ້າງອານຸສອນສະຖານດັ່ງກ່າວກໍເພື່ອຮັກສາມູນມໍລະດົກປະຫວັດສາດໃນສະໄໝການຕໍ່ສູ້ປົດປ່ອຍຊາດ, ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສຶກສາ
  ແລະ ຮັບຮູ້ເຂົ້າໃຈເຖິງໂທດກຳອັນໂຫດຮ້າຍປ່າເຖື່ອນຂອງຈັກກະພັດ ແລະ ລູກມືຂາຍຊາດ ພ້ອມດຽວກັນນັ້ນກໍໄດ້ຮຽນຮູ້ເຖິງຄຸນງາມຄວາມດີຂອງບັນດາຜູ້ນຳເຮົາໃນ
  ການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ແລະ ລູກ ມືຂາຍຊາດໃນເມື່ອກ່ອນ.
     ໃນຕອນທ້າຍພິທີ ປະທານຍັງໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເຮັດວຽກຢ່າງມີແຜນການ, ໂດຍໃຫ້ວິ ຊາການປະສານສົມທົບຕົວຈິງ ໃຫ້ເປັນເອກະພາບດ້ານຮູບຮ່າງ
  ຂອງຄຸກກັກຂັງແຕ່ກ່ອນມາຈຳລອງໃຫ້ແທດເໝາະຄ້າຍຄືຕົວຈິງ ແລະ ຈົ່ງຕັ້ງໜ້າເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.