ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ເຂົ້າອວຍພອນ ຮອງລັດຖະມົນຕີ
ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນ​ລາວ ຜູ້​ໃໝ່


ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບ

     ວັນທີ 22 ກຸມພາ 2022 ນີ້, ສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາລາວ ໄດ້ນໍາເອົາກະຕ່າດອກ​ໄມ້ເຂົ້າອວຍພອນ ສະ
ຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບ
ໜ້າທີ່ໃໝ່ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ.

     ສະຫາຍ ພັນເອກ ຫຼີປິງ ໄດ້ກ່າວສະແດງຄວາມຍິນດີຊົມເຊີຍມາຍັງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ແລະ ໄດ້ອວຍ
ພອນໃຫ້ສະຫາຍມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ, ມີຄວາມສຸກຄວາມຈະເລີນໃນຊີວິດ
ສ່ວນຕົວ ແລະ ຄອບຄົວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍ ຈະສືບຕໍ່ນໍາພາ-ຊີ້ນໍາຂົງເຂດວຽກງານປ້ອງກັນຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ
ມີແບບແຜນທັນສະໄໝເປັນກ້າວໆ.

     ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ຫຼີປິງ ທີ່ໄດ້ນໍາເອົາກະຕ່າຂອງຂວັນມາອວຍພອນ ໃນ
ຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າສະຫາຍທີ່ປຶກສາທູດປ້ອງກັນຊາດ ສປ
ຈີນ ຈະສືບຕໍ່ຊຸກຍູ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບລະ  ຫວ່າງ 2 ກອງທັບ ລາວ-ຈີນ
ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/02/2022