ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຊື່ອມຊືມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ
ຄະນະອະນຸກຳມະການຮັບຜິດຊອບຈັດຕັ້ງ ກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ
ການທະຫານ ທົ່ວກອງທັບ ຄັ້ງທີ IV


ສະຫາຍ ພົນໂທ ປະລິນຍາເອກ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 23 ກຸມພາ 2022 ນີ້ຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ມີກອງປະຊຸມເຊື່ອມຊືມ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະ
ນະອະນຸກຳມະການຮັບຜິດຊອບຈັດຕັ້ງກອງປະຊຸມສະຫຼຸບວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ IV ໂດຍພາຍໃຕ້ການ
ເປັນປະທານຂອງ ສະຫາຍ ພົນໂທ ປະລິນຍາເອກ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ມີ
ຕາງໜ້າຈາກອົງການ, ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ອະນຸກຳມະການຈາກກົມ ວິທະຍາສາດ-ປະຫວັດສາດ ການທະຫານເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະອະນຸກຳມະການຮັບຜິດຊອບຈັດຕັ້ງກອງປະຊຸມສະຫຼຸບວຽກງານ ວິທະຍາສາດ-ປະຫວັດສາດ ການທະ
ຫານ ທົ່ວກອງທັບ ຄັ້ງທີ IV ໂດຍປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມວຽກງານ ວິທະຍາສາດ-ປະຫວັດສາດ ການທະ
ຫານ ຄັ້ງທີ III , 5 ປີໃດຕ້ອງສະຫຼຸບຖອດຖອນບົດຮຽນ ແລະ ທິດທາງໜ້າທີ່ 5 ປີ ຄັ້ງຕໍ່ໄປ. ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ອະນຸມັດເປີດກອງປະຊຸມວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ IV ສະບັບເລກທີ 2836/ກປທ, ລົງວັນທີ 08 ກໍລະກົດ
2021 .ກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ອົງການ, ກົມກອງ ແລະ ບັນດາສະຫາຍ ທີ່ຖືກແຕ່ງຕັ້ງຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຕາມທີ່ຂັ້ນເທິງມອບ
ໝາຍໃຫ້ປະກົດຜົນເປັນຈິງ ແລະ ສຳເລັດຢ່າງຈົບງາມ.


ສະຫາຍ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ

     ໃນໂອກາດນີ້ ທ່ານປະທານກອງປະຊຸມ ໄດ້ໂອ້ລົມເນັ້ນໜັກບາງບັນຫາເປັນຕົ້ນອະນຸກຳມະການແຕ່ລະພາກສ່ວນຕ້ອງກຳໃຫ້ໄດ້ສິດ ແລະ ໜ້າທີ່ຂອງ
ຕົນຕາມການມອບໝາຍຂອງຂັ້ນເທິງ ໂດຍສະເພາະອະນຸກຳມະການດ້ານເນື້ອໃນ ບົດກ່າວເປີດ-ປິດ, ບົດໂອ້ລົມຂອງຂັ້ນເທິງ, ບົດລາຍງານທັງສອງຝາກ,
ບົດປະກອບຄຳເຫັນແຕ່ລະພາກສ່ວນ ໃຫ້ມີຄວມເໝາະສົມທັງເນື້ອໃນ ແລະ ວຽກງານສະແດງຜະລິດຕະພັນຮູບພາບໃຫ້ຄົບຖ້ວນຈົບງາມ, ວຽກງານພິທີ
ການ ແລະ ສະຖານທີ່ກອງປະຊຸມ ຕ້ອງມີຄວາມພ້ອມ,ວຽກງານຮັບປະກັນງົບປະມານ ແລະ ຮັບໃຊ້ວຽກງານປ້ອງກັນຕ້ອງໃຫ້ມີຄວາມສະຫງົບດີ, ຄາດວ່າ
ກອງປະຊຸມຈະດຳເນີນປັນເວລາ 1-2 ວັນ ຂອງເດືອນ 6 ປີ 2022 ທີ່ຈະມາເຖິງນີ້.

ແຫຼ່ງທີ່ມາ: ວົງວິໄລ ບຸນລຶໄຕ
ວັນທີ 24/02/2022