ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບປິດໂຄງການ ແລະ ປະກາດການນຳໃຊ້ປື້ມຕຳລາ
ການຮຽນການສອນວິຊາສິ່ງແວດລ້ອມໃນກອງທັບ


ສະຫາຍ ພົນໂທ ປະລິນຍາເອກ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ

     ວັນທີ 24 ກຸມພາ 2022 ນີ້ຢູ່ຫ້ອງປະຊຸມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງ
ການ ແລະ ປະກາດນຳໃຊ້ປື້ມຕຳລາການຮຽນການສອນວຽກງານສິ່ງແວດລ້ອມ ພາຍໃນກອງທັບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ
ປະລິນຍາເອກ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ມີບັນດາແຂກຜູ້ຕາງໜ້າຈາກບັນດາ
ກົມກອງກ່ຽວຂ້ອງ ແລະ ບັນດາວິທະຍາຄານ, ໂຮງຮຽນ, ຄະນະພັກຄະນະບັນຊາຄະນະນຳ 8 ພະແນກການ ແລະ ພະນັກງານວິຊາການ ພາຍໃນກົມ ວິທະ
ຍາສາດ-ປະຫວັດສາດ ການທະຫານ ເຂົ້າຮ່ວມ.

     ໃນພິທີ​ໄດ້​ມີການຜ່ານບົດສະຫຼຸບ ​ໃນການຈັດຕັ້ງປະຕິບັດການດຳເນີນໂຄງການໃນ 3 ປີຜ່ານມາ ເຊິ່ງກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ໄດ້ຮັບການຊີ້ນຳຈາກ ກະຊວງປ້ອງກັນປະເທດ ແລະ ໄດ້ທຶນສະໜັບສະໜູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ, ປື້ມຕຳລາດັ່ງກ່າວປະກອບດ້ວຍ 12 ບົດ ໂດຍແມ່ນ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຮ່ວມມືກັບຄະນະວິທະຍາສາດ
ສິ່ງແວດລ້ອມຈາກມະຫາວິທະຍາໄລແຫ່ງຊາດ, ພາຍຫຼັງສຳເລັດການຄົ້ນຄວ້າແລ້ວ ໄດ້ມີກອງປະຊຸມປັບປຸງເນື້ອໃນຫຼາຍຄັ້ງຈາກນັ້ນໄດ້ຮັບຮອງ ແລະ ຈັດ
ພີມທັງໝົດ 1,000 ຫົວ ມອບໃຫ້ກະຊວງປ້ອງກັນປະເທດ ແລະ ໄດ້ເປີດຊຸດອົບຮົມໃຫ້ຄູອາຈານຜູ້ທີ່ຈະໄດ້ຂຶ້ນຫ້ອງສິດສອນຕົວຈິງຢູ່ບັນດາ ວິທະຍາຄານ
ແລະ ໂຮງຮຽນ ໂອກາດນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເປັນຜູ້ກ່າວມອບ ແລະ
ຕາງໜ້າ ກະຊວງປ້ອງກັນປະເທດ ກ່າວຮັບໂດຍແມ່ນ ສະຫາຍ ພົນໂທ ປະລິນຍາເອກ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ຄະນະພັກ-ຄະນະບັນຊາຈາກ 5 ວິທະຍາຄານ, ໂຮງຮຽນທິດສະດີ
ການເມືອງ ພ້ອມທັງເປີດນຳໃຊ້ປື້ມດັ່ງກ່າວຢ່າງເປັນທາງການ.


ແຫຼ່ງທີ່ມາ: ສອນໄຊ ສຸກສິງຈັນ
ວັນທີ 24/02/2022