ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສໍາເລັດກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2020


ສະຫາຍພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນການພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈໍາປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາປີ 2021 ໄດ້ສໍາເລັດລົງດ້ວຍໝາກຜົນອັນ
ຈົບງາມ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໃນລະຫວ່າງ ວັນທີ 22-23 ກຸມພາ 2021 ນີ້, ເຊິ່ງມື້ທີສອງ ຂອງກອງປະຊຸມ ໂດຍການເປັນປະທານຂອງ
ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນການພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນ
ດາ ສະຫາຍ ຄະນະນໍາ ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະພັກ-ຄະນະບັນຊາ ບັນດາກົມກອງ, ຫົວໜ່ວຍບໍລິສັດລັດວິສາຫະກິດກອງທັບ ແລະ ພະ
ນັກງານຫຼັກແຫຼ່ງອ້ອມຂ້າງອົງການກະຊວງ ແລະ ບັນດາກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

     ໃນໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ປະທານ ກອງປະຊຸມ ກໍໄດ້ມີຄໍາເຫັນສັງລວມ ແລະ ໃຫ້ທິດຊີ້ນໍາ ກອງປະຊຸມຫຼາຍບັນຫາສໍາຄັນ
ເຊິ່ງ ສະຫາຍ ໄດ້ກ່າວວ່າ: ກອງປະຊຸມພວກເຮົາໄດ້ດໍາເນີນມາເປັນເວລາ 2 ວັນ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມ
ຮັບຜິດຊອບສູງເຮັດໃຫ້ກອງປະຊຸມໄດ້ສໍາເລັດຕາມຈຸດປະສົງຄາດໝາຍຢ່າງຈົບງາມ. ໃນວາລະດໍາເນີນກອງປະຊຸມ, ພວກເຮົາໄດ້ພ້ອມກັນຄົ້ນຄວ້າຕີລາຄາ
ສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນປີ 2020, ກໍຄືວຽກງານປັບປຸງກໍ່ສ້າງກໍາລັງ ທາງດ້ານການເມືອງ-ແນວຄິດ
ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ-ທ້ອງຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ວິທີ
ການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມໃນປີຕໍ່ໜ້າ ເພື່ອສືບຕໍ່ກໍ່ສ້າງກອງທັບ ເປັນກອງທັບ ທີ່ມີແບບແຜນ ແລະ ທັນສະໄໝ. ໃນກອງ
ປະຊຸມ ໄດ້ມີຕົວແທນບັນດາກົມກອງ ທີ່ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມ ປະກອບມີ: ກົມໃຫຍ່ການເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ, ຫ້ອງ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ກົມ 213, ກົມປ້ອງກັນພາຍໃນ, ບໍລິສັດສະຕາໂທລະຄົມ, ກອງບັນຊາການທະຫານແຂວງ ສະຫວັນ
ນະເຂດ, ກອງບັນຊາການທະຫານ ແຂວງ ຊຽງຂວາງ, ກອງພົນທີ 5, ກອງພົນທີ 1, ກົມການເງິນກະຊວງປ້ອງກັນປະເທດ ແລະ ກົມນະໂຍບາຍກົມໃຫຍ່
ການເມືອງກອງທັບ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ມີຄໍາເຫັນໂອ້ລົມຊີ້ແຈງຕໍ່ບັນດາຄໍາຄິດຄໍາ ເຫັນ ແລະ ຄໍາສະເໜີຂອງບັນດາກົມກອງ, ພ້ອມ
ທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາບັນດາ ກົມກອງເປັນເຈົ້າການເພີ່ມທະວີການຊີ້ນໍາ-ນໍາພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະ
ກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງ ປະເທດຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມຮັບຄໍາສັ່ງ ແລະ ປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການ
ຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕີ ຂອງອິດທິກໍາລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ
ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນ ໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດ ມີສະ
ຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະ
ໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດສຸມຂອງກະຊວງ; ສົມທົບແໜ້ນ 3
ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງ ໃນທຸກ
ດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີ
ຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ. ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-
ແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບ ປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີຕິດພັນກັບການເກັບ
ກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະ
ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງ-ແນວຄິດ ຕ້ອງແຫຼມຄົມ, ເຮັດ
ດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນ ອຸດົມ ສົມບູນ, ມີຊີວິດຊີວາ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍ
ຂອງພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງໃໝ່ຢ່າງແທ້ຈິງ.