ວປກ ຈັດຕັ້ງສັກຢາວັນຊິນ ປ້ອງກັນພະຍາດໂຄວິດ-19 ເຂັມທີ 3
ວັນທີ 20 ທັນວາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງສັກຢາວັກຊິນປ້ອງກັນ ພະຍາດ ໂຄວິດ-19 ເຂັມ
ທີ 3 ໃຫ້ພະນັກງານ-ນັກຮົບ ແລະ ຄູ-ອາຈານທົ່ວ ວປກ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງ
ກັນປະເທດ, ຫົວໜ້າການເມືອງ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ແພດໝໍທົ່ວ ວປກ
ເຂົ້າຮ່ວມ.
ການຈັດຕັ້ງສັກຢາວັກຊິນ ປ້ອງກັນພະຍາດ ໂຄວິດ-19 ຢູ່ ວປກ ໃນຄັ້ງນີ້ ກໍເພື່ອເພີ່ມສ້າງພູມຄຸ້ມກັນ ໃຫ້ແກ່ພະນັກງານ-ນັກຮົບ ໃນຖັນແຖວກອງທັບ
ໂດຍສະເພາະຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຮັດໃຫ້ມີສຸຂະພາບແຂງແຮງ, ສະດວກໃນການໄປມາ, ພົວພັນວຽກງານຕາມສໍານັກງານ-ອົງ
ການ ຫຼື ການເດີນທາງພາຍໃນ ແລະ ຕ່າງປະເທດ, ປະຕິບັດໜ້າທີ່ວຽກງານ ໄດ້ຢ່າງສະໝ່ຳສະເໝີ.
ເຊິ່ງຜູ້ທີ່ຈະສັກວັກຊິນຕ້ອງມີໃບຢັ້ງຢືນ ການສັກວັກຊິນຄົບ 2 ເຂັມ (ບັດຂຽວ), ວັກຊິນທີ່ນໍາມາ ສັກໃຫ້ພະນັກງານ-ນັກຮົບ ປະກອບມີ 3 ຊະນິດຄື:
Sinopharm, AstraZeneca ແລະ Sputnik V, ໃນນັ້ນມີພະນັກງານ-ນັກຮົບໄດ້ສັກຢາວັກຊິນທັງໝົດ 540 ສະຫາຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/12/2021