ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການ​ເຂົ້າ​ຢ້ຽມອຳ​ລາ
​ຂອງ​ເອກ​ອັກຄະ​ລັດ​ຖະທູດ ສ ​ເກົາຫຼີ


     ໃນຕອນເຊົ້າຂອງວັນທີ 20 ພະຈິກ 2020 ທີ່ຫ້ອງຮັບແຂກຫ້ອງວ່າການ ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຊິນຊັງຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ
ເນື່ອງໃນໂອກາດສໍາເລັດໜ້າທີ່ການທູດປະຈໍາລາວ.

     ໃນໂອກາດນີ້, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງ
ທ່ານ ຊິນ ຊັງ ຊຸນ ທີ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ - ສ ເກົາຫຼີ ໃນການພັດທະນາປະເທດຊາດ.
ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຊິນ ຊັງຊຸນ ກໍຄືຕົວແທນລັດຖະບານ ສ ເກົາຫຼີ ທີ່ໃຫ້ການຊ່ວຍເຫຼືອ ສປປ
ລາວ ໃນໄລຍະທີ່ຜ່ານມາ. ນອກນັ້ນ, ລັດຖະບານ ສ ເກົາຫຼີ ຍັງໄດ້ປະກອບສ່ວນເຂົ້າໃນວຽກງານຕ້ານໄພນໍ້າຖ້ວມ. ເຊິ່ງທັງໝົດນີ້, ແມ່ນໝາກຜົນຂອງ
ຄວາມສໍາເລັດຂອງການຮ່ວມມືລະຫວ່າງສອງປະເທດ ແລະ ເຊື່ອໝັ້ນວ່າລັດຖະບານ ສ ເກົາຫຼີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂົງເຂດວຽກ
ງານດ້ານຕ່າງໆຕໍ່ໄປ.

     ທ່ານ ຊິນ ຊັງຊຸນ ໄດ້ກ່າວຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ລັດຖະມົນຕີ, ພ້ອມທັງກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາພັກ ແລະ ລັດຖະ
ບານ ແຫ່ງ ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ຈົນປະສົບຜົນສໍາເລັດ. ຈາກນັ້ນ ທ່ານ
ພົນເອກ ຈັນ ສະໝອນ ຈັນຍາລາດ ໄດ້ອວຍພອນໃຫ້ ທ່ານ ຊິນ ຊັງຊຸນ ຈົ່ງມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ປະສົບຜົນສໍາເລັດ
ໃນວຽກງານໃໝ່ຂອງທ່ານ.