ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີປະດັບຫຼຽນກາລະນຶກ 70 ປີຂອງກອງທັບ

   ໃນຕອນເຊົ້າຂອງວັນທີ 22 ພະຈິກ 2018 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ຂອງກອງທັບປະຊາຊົນລາວໃຫ້ແກ່ນາຍ
ທະຫານຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງ
ກັນປະເທດ, ມີບັນດາຫົວໜ້າກົມ, ຫ້ອງການ, ລັດວິສາຫະກິດ ພ້ອມນາຍທະຫານທີ່ຖືກເຊີນເຂົ້າຮ່ວມ.


ພົນຕີ ຄຳສີ ວົງຄຳຊາວ ປະດັບຫຼຽນກາໃຫ້ແກ່ພະນັກງານ-ນັກຮົບ

   ໂອກາດນີ້, ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
ສະບັບເລກທີ 2035/ກປທ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ຂອງກອງທັບປະຊາຊົນລາວ ໃຫ້ແກ່ນາຍ ແລະ ພົນທະຫານ, ຫ້ອງວ່າການກະຊວງປ້ອງກັນປະເທດ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20/1/1949-20/1/2019 ) ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີຂອງນາຍ
ແລະ ພົນທະຫານກອງທັບປະຊາຊົນລາວທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະເວ
ລາທີ່ຜ່ານມາ, ດັ່ງນັ້ນກະຊວງປ້ອງກັນປະເທດຈ່ຶງໄດ້ຕົກລົງມອບຫຼຽນກາລະນຶກ 70 ປີໃຫ້ແກ່ນາຍ ແລະ ພົນທະຫານຫ້ອງວ່າການຈຳນວນ 443 ສະຫາຍ.

   ໂອກາດດຽວກັນ ທ່ານ ພົນຕີ ຄຳສີ ວົງຄຳຊາວ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາໃຫ້ແກ່ພະນັກ
ງານ-ນັກຮົບທີ່ມີເງື່ອນໄຂໄດ້ຮັບ ພ້ອມທັງໂອ້ລົມໃຫ້ພະນັກງານ-ນັກຮົບທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາພັດ
ທະນາປະເທດຊາດຕາມພັນທະ ແລະ ໜ້າທີ່ຂອງຕົນຢ່າງມີຜົນສຳເລັດສູງ.