ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຄຸ້ມຄອງລົດ ເປີດບັ້ນອົບຮົມການນຳໃຊ້ລົດອູລານໄລຍະສັ້ນ

     ກົມຄຸ້ມຄອງລົດ ໄດ້ເປີດບັ້ນເຝິກອົບຮົມການນໍາໃຊ້ລົດອູລານໄລຍະສັ້ນ ໃຫ້ແກ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ແຕ່ວັນ
ທີ 15-19 ພະຈິກ 2016 ນີ້, ຢູ່ທີ່ສະໂມສອນສາງກົນຈັກ 2 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ
ຄະນະພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມຄຸ້ມຄອງລົດ, ພະແນກອົບຮົມກົມເສນາເຕັກນິກ, ມີຄູເຝິກ ແລະນັກສໍາ
ມະນາກອນຈາກ 19 ກົມກອງເຂົ້າຮ່ວມຢ່າງພ້ອມພຽງ.


 ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ເປັນປະທານເປີດບັ້ນເຝິກອົບຮົມການນໍາໃຊ້ລົດອູລານໄລຍະສັ້ນ

     ໃນບັ້ນເປີດເຝິກອົບຮົມໄລຍະສັ້ນຄັ້ງນີ້ ພັນໂທ ລິດສອນໄຊ ອິນທະລາວົງ ຮອງຫົວໜ້າພະແນກແຜນການອົບຮົມກົມຄຸ້ມຄອງລົດ, ກົມໃຫຍ່
ເຕັກນິກກອງທັບ ໃຫ້ຮູ້ວ່າ: ການອົບຮົມຄັ້ງນີ້ໄດ້ແບ່ງອອກເປັນສອງພາກຄື: ພາກທິດສະດີ ແລະພາກປະຕິບັດຕົວຈິງ ທັງນີ້ກໍເພື່ອເຮັດໃຫ້ນັກຂັບຂີ່
ແຕ່ລະສະຫາຍໄດ້ປະຕິບັດຕົວຈິງໃນການນໍາໃຊ້ລະບົບຕ່າງໆຂອງລົດ ໄປຮອດການຂັບຂີ່ໃນເສັ້ນທາງຫັດແອບຕົວຈິງຂອງບັນດາສະຫາຍ ທີ່ມາ
ຈາກແຕ່ລະກົມກອງໃຫ້ຂັບຂີ່ຊໍານິຊໍານານ ແລະຮັບໃຊ້ໄດ້ຄຸນນະພາບ.

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ໄດ້ໂອ້ລົມຕໍ່ຄູເຝິກ ແລະນັກຂັບຂີ່ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ການ
ຫ້າງຫາກະກຽມເປີດເຝິກອົບຮົມໄລຍະສັ້ນໃນຄັ້ງນີ້ ໄດ້ສໍາເລັດຕາມແຜນການ ແລະໄດ້ເນັ້ນໜັກໃຫ້ຄູເຝິກ ແລະນັກເຝິກອົບຮົມເອົາໃຈໃສ່ໃນທຸກດ້ານ
ໂດຍເນັ້ນໃສ່ການດໍາເນີນຊີວິດການເມືອງ-ນໍາພາແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ໃນເວລາຮຽນຕ້ອງໄດ້ພະຍາຍາມຄົ້ນຄ້ວາແລກປ່ຽນບົດຮຽນ
ເຊິ່ງກັນ ແລະກັນ ເພື່ອເຮັດໃຫ້ການອົບຮົມ ແລະນຳໃຊ້ຕົວຈິງໃຫ້ໄດ້ຮັບຜົນດີ.