ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ
ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ​ມົດ​ສະ​ກູ ຄັ້ງ​ທີ X


     ທ່ານ ພົນ​ເອກ ຈັນສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາ
ຊົນ​ລາວ ພ້ອມດ້ວຍ​ຄະນະ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ​ມົດ​ສະກູ ຄັ້ງ​ທີ X ທີ່​ນະຄອນຫຼວງ​ມົດ​ສະກູ ສະຫະພັນ​ຣັດ​ເຊຍ ເຊິ່ງ​ກອງ​ປະຊຸມ
​ໄດ້​ໄຂ​ຂຶ້ນ ແລະ ປິດ​ລົງ​ດ້ວຍ​ຜົນສຳເລັດອັນ​ຈົບງາມ​ໃນ​ວັນ​ທີ 16 ສິງຫາ 2022 ນີ້.

     ໃນ​ພິທີ​ເປີດ​ກອງ​ປະຊຸມຢ່າງ​ເປັນ​ທາງ​ການ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີແຫ່ງສະຫະ ພັນ​ຣັດ​ເຊຍ ໄດ້​ກ່າວ​ຄຳປາໃສ​ໂດຍ​ຜ່ານ​ວີ​ດີ​ໂອ ເຊິ່ງ
ເນື້ອໃນ ​ບາງ​ຕອນທ່ານກ່າວວ່າ: ກອງປະຊຸມ​ຄວາມ​ໝັ້ນຄົງ​ມົດສະກູ​ເປັນ​ກອງ​ປະຊຸມ​ເພື່ອ​ເປີດ​ໂອກາດ​ໃຫ້​ຜູ້​ເຂົ້າ​ຮ່ວມໄດ້​ແລກປ່ຽນ​ຄວາມ​ຄິດ-ຄວາມ​ເຫັນ
ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນ​ຄົງ​ໃນ​ປັດຈຸບັນ ແລະ ໃນ​ເວລາ​ດຽວ​ກັນ​ກໍ່​ເພື່ອ​ເປັນ​ການ​ປຶກສາ​ຫາລືກ່ຽວ​ກັບ​ການ​ຮ່ວມ​ມື​ວຽກ​ງານ​ທາງ​ດ້ານ​ການ​ທະຫານ ເພື່ອ
​ຮັບປະກັນ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ສາກົນ ບົນ​ພື້ນຖານ​ການ​ເຄົາລົບ​ເຊິ່ງ​ກັນ ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ.

     ໂອກາດ​ດຽວ​ກັນ​ນີ້, ທ່ານ ພົນ​ເອກ ເຊີ​ເກ ໂຊຍ​ກູ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສະຫະພັນ​ຣັດ​ເຊຍ ກໍໄດ້​ກ່າວຄຳ​ເຫັນ​ຕໍ່​ກອງ​ປະຊຸມ ເຊິ່ງ
​ທ່ານ​ໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ບັນດາ​ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ, ຜູ້ຕາງໜ້າ​ຈາກ​ກອງທັບ​ປະ​​ເທດ​ຕ່າງໆ ແລະ ອົງ​ການຈັດຕັ້ງ
​ຕ່າງໆທີ່​ໄດ້​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງປະຊຸມ​ຄວາມ​ໝັ້ນຄົງ​ສາກົນ ຄັ້ງ​ທີ X. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ສະຫະພັນ​ຣັດ​ເຊຍ ຍັງ​ໄດ້​ຕີ​ລາຄາ
​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ໃນ​ຫຼາຍ​ຂົງເຂດ​ໃນ​ທົ່ວ​ໂລກ ເຊິ່ງ​ເປັນ​ສິ່ງ​ທ້າ​ທ້າຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ຕໍ່​ສະພາບ
​ການ​ທີ່​ເກີດ​ຂຶ້ນ​ມັນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະເທດ​ຈົ່ງ​ຮ່ວມ​ມື​ກັນ​ແກ້​ໄຂ​ເພື່ອ​ສົ່ງເສີມ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ແລະ ຄວາມ​ຈະເລີນ
ຮຸ່ງເຮືອງ.

     ໃນ​ກອງ​ປະຊຸມ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ​ໃນ​ຫົວຂໍ້: ທິດ​ທາງ​ຂອງ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາຊີ-ປາ​
ຊີ​ຟິກ ເຊິ່ງ​ທ່ານ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ເຊິ່ງ​ເປັນ​ປັດ​ໄຈ​ພື້ນຖານ​ສຳຄັນ​ເຮັດ​ໃຫ້​ບັນດາ​ປະເທດ ສາມາດ​ກ້າວ​ໄປ​ຂ້າງ​ໜ້າ​ພ້ອມ
​ກັນ ແລະ ​ໃຫ້​ສາມາດ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ສະຫຼັບຊັບຊ້ອນ, ທັງ​ເປັນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ໃຫ້​ແກ່​
ການ​ປົກ​ປັກ​ຮັກສາ ແລະ ສົ່ງເສີມ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງຂອງ​ພາກ​ພື້ນ ແລະ ໃນ​ໂລກ.

     ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນໂອກາດ​ທີ່​ເດີນທາງ​ໄປເຂົ້າຮ່ວມ ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ​ມົດ​ສະ​ກູ​ ຄັ້ງ​ທີ X ທີ່ສະຫະພັນ​ຣັດເຊຍ, ທ່ານ ພົນ​ເອກ
ຈັນສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກ ລັດຖະ ມົນຕີ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ
​ຄະນະ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ ແລະ ງານ​ວາງສະແດງ​ອຸ ປະກອນ​ເຕັກນິກ​ການ​ທະຫານ​ສາກົນ ປະຈຳ​ປີ 2022 ໃນ
​ວັນ​ທີ 15 ສິງຫາ 2022 ນີ້ ພ້ອມ​ກັນ​ນີ້, ທ່ານຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະຊີ້ນຳ ແລະ ນັກກີລາ ຈົ່ງ​ພ້ອມ​ກັນ​ຫ້າວຫັນເ​ຝິກຊ້ອມ, ສຸມ​ທຸກ​ສະຕິປັນຍາ ຄວາມ
​ຮູ້-ຄວາມ​ສາມາດ ແລະ ປະສົບ​ການ​ທີ່​ມີ​ເຂົ້າ​ໃນ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ. ການ​ແຂ່ງຂັນ​ກີລາ​ການ​ທະຫານ​ຄັ້ງ​ນີ້, ກອງທັບ​ປະຊາຊົນ​ລາວ
​ໄດ້​ສົ່ງ​ທີມ​ນັກ​ກີລາ​ລົດ​ຕັງເຂົ້າ​ຮ່ວມ​ການ​ແຂ່ງຂັນ ເຊິ່ງ​ທີມ​ລົດ​ຕັງກອງທັບ​ປະຊາຊົນ​ລາວ​ແມ່ນ​ນອນ​ຢູ່​ສາຍ B ລວມ​ມີ 11 ປະເທດ​ຄື: ລາວ, ອາ​ເມ​ເນຍ, ຊີ​
ເລຍ, ອີ​ລານ, ປາ​ກິ​ສະຖານ, ອາຊີ​ເຈຍ​ໃຕ້, ອັບ​ຄາ​ເຊຍ, ມຽນ​ມາ, ຊິມ​ບັບ​ເວ, ຊູ​ດານ ແລະ ມາລີ ໂດຍການ​ແຂ່ງຂັນ​ຈະ​ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ
ທີ 27 ສິງຫາ 2022.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2022