ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າກົມໃຫຍ່ເຕັກນິກ ແລະ
ເລື່ອນຊັ້ນ
ພັນໂທ ຂຶ້ນເປັນ ພັນເອກ ຈຳນວນ 29 ສະຫາຍ

     ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ພົນຈັດຕະວາ ກິລາກອນ ບຸນນະຜົນ ເປັນຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຕາມ
ດຳລັດຂອງນາຍົກລັດຖະມົນຕີ ແລະ ເລື່ອນຊັ້ນນາຍທະຫານຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ຈຳນວນ 29 ສະຫາຍ ໃນທົ່ວກອງທັບ ໃນວັນທີ 20 ເມສາ
2018 ນີ້, ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ເຊິ່ງມີຄະນະປະຈຳພັກກະຊວງປ້ອງກັນປະເທດ, ຕາງໜ້າການນຳບັນດາກົມ, ຫ້ອງວ່າ ການກະຊວງ ແລະ ວິທະຍາຄານເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າກົມໃຫຍ່ເຕັກນິກ
ແລະ ເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ຈຳນວນ 29 ສະຫາຍ

     ກ່າວຄຳເຫັນໂອ້ລົມໃນໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກຕໍ່ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າ
ທີ່ໃໝ່ໃນຄັ້ງນີ້ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນຂຶ້ນຕື່ມອີກເພາະວ່າການເລື່ອນຊັ້ນນີ້ແມ່ນການມອບໝາຍໜ້າທີ່ຂຶ້ນຕື່ມອີກ
ກ້າວໜຶ່ງ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນາຍທະຫານທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມ
ບັດສິນທຳປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນເຂັ້ມງວດ, ສືບຕໍ່ປັບປຸງແບບ ແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ, ມີຈິນຕະນາການກວ້າງໄກ,
ເຮັດວຽກແບບມີວິທະຍາສາດແທດເໝາະກັບສະພາບຕົວຈິງຢ່າງລະອຽດຮອບຄອບ ເພື່ອປະກອບເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມ
ແຂງຢ່າງບໍ່ຢຸດຢັ້ງ.