ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳ ພັກ-ລັດ ວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 67 ປີ


     ໃນຕອນເຊົ້າ ວັນທີ 22 ມີນາ 2022, ບັນດາການນຳພັກ-ລັດ ເຮົາ, ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ
ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ
ປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022).

     ການວາງພວງມາລາ ໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ
ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດ ລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ
ພາຍໃຕ້ ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

     ພາຍຫຼັງສຳເລັດ ການວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສາ
ວະລີ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາ
ເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນ ເປັນສຸກມາສູ່ປະຊາຊົນ
ລາວ ບັນດາເຜົ່າ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງ ໃຫ້ແກ່ທົ່ວພັກ ແລະ ທົ່ວປວງຊົນ ລາວທັງ
ຊາດ, ຊີວິດ ແລະ ພາລະກິດ ປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈ ຂອງປວງຊົນລາວທັງຊາດ ຕະຫຼອດກາລະນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/03/2022