ເຜີຍແຜ່ເຊື່ອມຊຶມສອງວາລະແຫ່ງຊາດ ຢູ່ເຂດໃຈກາງນະຄອນຫຼວງວຽງຈັນ
ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມເຜີຍແຜ່ເຊື່ອມຊຶມສອງວາລະແຫ່ງຊາດ ໃຫ້ກຳລັງປ້ອງກັນຊາດ ເຂດໃຈກາງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 22 ກຸມພາ ນີ້ທີ່
ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານເຜີຍແຜ່ເອກະສານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນໂທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ
ກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານຫຼັກແຫຼ່ງຈາກ ກະຊວງປ້ອງກັນ ຄວາມສະຫງົບ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກກົມກອງທະຫານ ເຂດ
ໃຈກາງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ໃຫ້ກຽດຂຶ້ນ ເຜີຍແຜ່ຄໍາສັ່ງຂອງ ກົມ ການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີ ການຊີ້
ນຳ-ນຳພາ ຂອງ ຄະນະພັກ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການ ແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ, ສະຫາຍ ພົນໂທ ກົງທອງ
ພົງວິຈິດ ໃຫ້ກຽດຂຶ້ນເຜີຍແຜ່ຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາ ຂອງ ຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ
ແລະ ແກ້ໄຂບັນຫາຢາເສບຕິດ. ໂດຍຈຸດປະສົງ ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ມີ
ຄວາມເຂົ້າໃຈເລິກເຊິ່ງ ແລະ ມີຄວາມເປັນເອກະພາບ ຕໍ່ຄວາມຈຳເປັນ ອັນຮີບດ່ວນ ໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສະ
ກັດກັ້ນ, ແກ້ໄຂບັນຫາຢາເສບຕິດຕາມແນວທາງຂອງ ລັດຖະບານ ສປປ ລາວ ແລະ ຖືເອົາໂອກາດນີ້ເປັນການສຶກສາອົບຮົມ, ປຸກລະດົມ-ຊຸກຍູ້ພະນັກງານ,
ນັກຮົບໃນທົ່ວກອງທັບ ເປັນເຈົ້າການພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງວາລະແຫ່ງຊາດເຂົ້າສູ່ຂະບວນການວຽກງານຕົວຈິງຂອງກົມກອງ
ໃຫ້ກາຍເປັນຮູບປະທຳ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/02/2022