ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການ ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງ
 ກອງທັບປະຊາຊົນລາວຄົບຮອບ 71 ປີ


     ວັນທີ 22 ມັງກອນ ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປາຖະກະຖາເລົ່າຄືນ ມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 71 ປີ (20/ 01/
1949-20/01/2020) ແລະ ວັນສ້າງຕັ້ງພັກກອມມຸຍນິດ ຫວຽດນາມ ຄົບຮອບ 90 ປີ(03/02/1930-03/02/ 2020), ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ
ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະອໍານວຍການ ບໍລິສັດກອງທັບ ແລະ ພະນັກງານຈາກບັນດາ
ກົມກອງອ້ອມຂ້າງຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ໃນພິທີປາຖະກະຖາ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ໄດ້ເລົ່າຄືນສະພາບການກ່ອນການສ້າງຕັ້ງ ກອງທັບປະຊາຊົນລາວ, ເຊິ່ງຍົກໃຫ້ເຫັນມູນເຊື້ອປະຕິວັດການຕໍ່ສູ້
ຢ່າງພິລະອາດຫານຂອງ ປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ຈົນນໍາໄປສູ່ການກໍາເນີດເກີດຂຶ້ນເປັນກອງທັບປະຊາຊົນລາວ ແລະ ປະກາດສ້າງຕັ້ງຢ່າງເປັນທາງການ ໃນວັນ
ທີ 20 ມັງກອນ 1949. ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາ
ຊົນປະຕິວັດລາວ ກອງທັບປະຊາຊົນ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດ
ຊາດ, ເຮັດສໍາເລັດພະລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາໄຊຊະນະພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່
ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ ໃນ ວັນທີ 02 ທັນວາ 1975 ຢ່າງສະຫງ່າຜ່າ
ເຜີຍ, ມາເຖິງປັດຈຸບັນຍັງເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

     ໂອກາດນີ້ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ຄະນະອໍານວຍການຕະຫຼອດຮອດພະນັກງານສະມາຊິກພັກຈົ່ງອອກແຮງເສີມຂະ
ຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກໍາລັງ
ຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະໃໝ່ຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາ
ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃຫ້ສົມກັບຄໍາສັ່ງສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ: “ ເວລາໃດກອງທັບກໍນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານ
ຜ່າອຸປະສັກ, ເຮັດສໍາເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກໍາລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ ”.